ພິທີເປີດການນໍາໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ເຊິ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ຈັດຂຶ້ນວັນທີ 15 ກຸມພາ 2021 ພາຍຫຼັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫຼືອລ້າຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ.

ໂອກາດນີ້ ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ ເຊິ່ງເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ ແຕ່ຍັງເປັນພັນທະຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງໃຈອັນເດັດດ່ຽວຂອງບໍລິສັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຢູ່ແຂວງຈຳປາສັກ.
ໂຄງການນີ້ ແມ່ນເປັນພຽງການເລີ່ມຕົ້ົ້ນລົງມືຂອງໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ເຊິ່ງໃນແຕ່ລະໄລຍະການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກນັ້ນ ແມ່ນຈະສາມາດຊ່ວຍຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໂດຍສະເພາະແມ່ນຈະສ້າງໂອກາດອັນດີໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວຂອງແຂວງຈຳປາສັກ.

# ຂ່າວ & ພາບ: ໄຊບັນດິດ