ຄລຊ ຕິດຕາມຊຸກຍູ້ວຽກງານປຸກລະດົມຂະບວນການຢູ່ອຸດົມໄຊ ແລະ ຜົ້ງສາລີ

    ທ່ານ ປ້ານ ນ້ອຍມະນີ ກໍາມະການຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ກຳມະການອະນຸກຳມະການໂຄສະນາ ປຸກລະດົມຂະບວນການ ພ້ອມຄະນະ ເຄື່ອນໄຫວຕິດຕາມ ຊຸກຍູ້ວຽກງານເລືອກຕັ້ງຢູ່ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ເພື່ອຕິດຕາມກວດກາ ເກັບກຳສະພາບການກ່ຽວກັບການໂຄສະນາ ແລະ ເຜີຍແຜ່ເອກະສານທີ່ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຢູ່ຂັ້ນແຂວງ ຂັ້ນເມືອງ ແລະ ຂັ້ນບ້ານ ພ້ອມທັງເກັບກຳຫາງສຽງຂອງປະຊາຊົນ ແລະ ສັງຄົມ ຕໍ່ການກະກຽມ ແລະ ດຳເນີນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II.

    ການເຄື່ອນໄຫວຕິດຕາມດັ່ງກ່າວ ຈັດຂຶ້ນວັນທີ 8-14 ກຸມພາ 2021 ໃນນີ້ ຢູ່ແຂວງອຸດົມໄຊ ໄດ້ລົງຢູ່ເທສະບານແຂວງ (ເມືອງໄຊ) ເມືອງນາໝໍ້ ເມືອງແບງ ແລະ ເມືອງຫຼາ ເຊິ່ງແຕ່ລະຈຸດ ໄດ້ຮັບຟັງການລາຍງານຈາກຄະນະກຳມະການເລືອກຕັ້ງຂັ້ນແຂວງ ຂັ້ນເມືອງ ກ່ຽວກັບການເຝິກອົບຮົມວຽກງານການເລືອກຕັ້ງ ການຈັດເຜີຍແຜ່ເອກະສານ ຄຳແນະນຳຕ່າງໆ ກ່ຽວກັບການເລືອກຕັ້ງ ສສຊ ແລະ ສສຂ ໂຄສະນາ ປຸກລະດົມຂະບວນການໃນບັ້ນເລືອກຕັ້ງ ສສຊ II ແລະ ສສຂ ຊຸດທີ II ການສ້າງຂະບວນການ-ຮູບການ ການຕິດປ້າຍຄຳຂວັນ ຫາງສຽງຕໍ່ການເລືອກຕັ້ງ ແລະ ຂໍ້ສະເໜີຕ່າງໆກ່ຽວກັບການເລືອກຕັ້ງ ນອກນີ້ ຍັງໄດ້ລົງຕິດຕາມຕົວຈິງຢູ່ຂັ້ນບ້ານ ສະຖານທີ່ປ່ອນບັດ ຫີບປ່ອນບັດ ຮູບພາບຄຳຂວັນຕ່າງໆ ພ້ອມທັງພົບປະຢ້ຽມຢາມຖາມຂ່າວປະຊາຊົນຜູ້ມີສິດເລືອກຕັ້ງ ຕື່ມອີກ.

    ທ່ານ ປ້ານ ນ້ອຍມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງການຈັດຕັ້ງທຸກຂັ້ນ ໃນການກະກຽມໃຫ້ການເລືອກຕັ້ງຄັ້ງນີ້ ໂດຍສະເພາະ ການເຜີຍແຜ່ໂຄສະນາຄຳສັ່ງແນະນຳ ເອກະສານສຳຄັນຕ່າງໆກ່ຽວກັບການເລືອກຕັ້ງ ພ້ອມນີ້ ຍັງໄດ້ເນັ້ນໃຫ້ອະນຸກຳມະການເລືອກຕັ້ງທຸກຂັ້ນ ສືບຕໍ່ລົງເກັບກໍາຂໍ້ມູນສະຖິຕິໃຫ້ລະອຽດ ສຶກສາອົບຮົມການເມືອງ-ແນວຄິດໃຫ້ປະຊາຊົນ ແລະ ຜູ້ມີມີສິດປ່ອນບັດ ຮັບຮູ້ ເຂົ້າໃຈ ໂດຍສະເພາະ ວິທີການ ຂັ້ນຕອນການປ່ອນບັດ ຮັບປະກັນໃຫ້ການປ່ອນບັດຄົບຖ້ວນ ຮັບປະກັນບໍ່ໃຫ້ມີບັດຕາຍ ຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ປະຫວັດ​ຜູ້​ທີ່​ຈະ​ປ່ອນ​ບັດຕ້ອງ​ຈະ​ແຈ້ງ ຮັບປະກັນ​ບໍ່​ໃຫ້​ມີ​ບັນຫາ​ໃນ​ການ​ເລືອກ​ຕັ້ງ ພ້ອມກັນແກ້ໄຂບັນຫາປາກົດການຫຍໍ້ທໍ້ທຸກຮູບແບບ ໂດຍສະເພາະ ບັນຫາຢາເສບຕິດ ສືບຕໍ່ຮັບປະກັນການຄວບຄຸມ ປ້ອງກັນ ສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19 ຖືໂອກາດບັ້ນເລືອກຕັ້ງ ຕິດພັນກັບການກວດສຸຂະພາບຂອງປະຊາຊົນ ເຮັດໃຫ້ບັ້ນເລືອກຕັ້ງໃນວັນທີ 21 ກຸມພາ 2021 ມີຄວາມຮັບປະກັນຕາມຄາດໝາຍ 300%.

    ສ່ວນຢູ່ແຂວງຜົ້ງສາລີ ໄດ້ແບ່ງຄວາມຮັບຜິດຊອບໃຫ້ຮອງຫົວໜ້າຄະນະ ເຊິ່ງນໍາໂດຍທ່ານນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົມຮົມສູນກາງພັກ ເຄື່ອນໄຫວເຮັດວຽກຢູ່ເມືອງບຸນເໜືອ ແລະ ເມືອງຜົ້ງສາລີ ພ້ອມທັງຕິດຕາມການລົງໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ແລະ ສສຂ ຕື່ມອີກ.

​                              # ຂ່າວ & ພາບ: ສະບາໄພ

error: Content is protected !!