ວັນທີ 15 ກຸມພາ 2021 ທີ່ວັດນາຂ່າ ເມືອງນາຊາຍທອງ ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ຊຸດທີ II ເຂດເລືອກຕັ້ງເມືອງນາຊາຍທອງ ລົງໂຄສະນາຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງ ນຳໂດຍທ່ານ ພູວຽງ ເພຍເທບ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງນາຊາຍທອງ ເປັນກຽດຕ້ອນຮັບຂອງທ່ານ ເບັນຈຳ ນະດາລັດ ຮອງຫົວໜ້າຫ້ອງການແຮງງານເມືອງຊາຍທອງ ພ້ອມດ້ວຍປະຊາຊົນເຂົ້າຮ່ວມ.

ສຳລັບຄະຜູ້ແທນທີ່ລົງຫາສຽງ ແລະ ພົບປະຜູ້ມີສິດເລືອກຕັ້ງຈຸດນີ້ ປະກອບມີທ່ານ ພູວຽງ ເພຍເທບ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງນາຊາຍທອງ ທ່ານ ສີວອນ ຊັບທະວີ ຮອງພະແນກໂຍທາທິການ ແລະ ຂົນສົ່ງ ນວ ທ່ານ ແສງວິໄລ ສີລັດຕະນະ ຄະນະພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງນາຊາຍທອງ ທ່ານ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ທ່ານ ສົມບູນ ເນຕິບັນດິດ ປະທານນັກທຸລະກິດໜຸ່ມເມືອງນາຊາຍ.

ໃນຕອບບ່າຍຂອງວັນດຽວກັນ ຄະນະຜູ້ແທນດັ່ງກ່າວກໍ່ໄດ້ລົງພົບປະ ແລະ ຫາສຽງກັບປະຊາຊົນທີ່ວັດນາງ່າ ເມືອງນາຊາຍທອງ ເປັນກຽດຕ້ອນຮັບຂອງທ່ານ ວຽງ ແພງສະຫວັນ ຫົວໜ້າຄະນະຈັດຕັ້ງເມືອງນາຊາຍທອງ ແລະ ມີປະຊາຊົນເຂົ້າຮ່ວມ.
ຫຼັງຈາກຮັບຟັງການລາຍງານແລ້ວ ບັນດາຄະນະຜູ້ແທນກໍໄດ້ຜັດປ່ຽນກັນແນະນຳໂຕ ສະເໜີປະຫວັດຫຍໍ້ ການເຄື່ອນໄຫວວຽກງານ ພາຍຫຼັງທີ່ໄດ້ຮັບເປັນ ສສ ນວ ແລ້ວ ຈະເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ໃນການນຳສະເໜີຂໍ້ຂ້ອງໃຈຂອງປະຊາຊົນຕໍ່ຂັ້ນເທິງ ເພື່ອນຳໄປສູ່ຂະບວນການແກ້ໄຂຢ່າງເປັນທຳ ໂອກາດນີ້ ຮຽກຮ້ອງມາຍັງຜູ້ມີສິດເລືອກຕັ້ງ ຈົ່ງມາໃຊ້ສິດຂອງຕົນເຂົ້າໃນການປ່ອນບັດຄັດເລືອດເອົາຜູ້ທີ່ຕົນມັກ ແລະ ໄວ້ວາງໃຈທີ່ຈະເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.
# ຂ່າວ & ພາບ: ອົ່ນ ໄຟສົມທອງ