ອົງການໄຈກາ ປະຈໍາລາວ ໄດ້ມອບອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ເຂົ້າໃນການຂົນສົ່ງຜູ້ໂດຍສານ ໃຫ້ແກ່ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ວັນທີ 15 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ຕາງໜ້າມອບຂອງທ່ານນາງ ອາກິໂກະ ຊານາດະ ຮອງຜູ້ຕາງໜ້າອົງການໄຈກາປະຈໍາລາວ ແລະ ຕາງໜ້າຮັບຂອງທ່ານ ແກ້ວວັນພອນ ວອນທິວົງສີ ອໍານວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອຸປະກອນທີ່ມອບຄັ້ງນີ້ ປະກອບມີ ເຈວລ້າງມື 50 ກ່ອງ ເຫຼົ້າ 90 ຈໍານວນ 180 ລິດ ຜ້າອັດປາກ-ອັດດັງ 200 ກັບ ຖົງມື 75 ກັບ ຊຸດປ້ອງກັນ PPE 300 ຊຸດ ລວມມູນຄ່າທັງໝົດ 50 ລ້ານກີບ.
# ຂ່າວ & ພາບ: ຂັນທະວີ