ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຊຸດທີ II ເຂດເມືອງສີໂຄດຕະບອງ 6 ທ່ານ ໄດ້ລົງພົບປະກັບປະຊາຊົນບ້ານສີບຸນເຮືອງທົ່ງ ແລະ ບ້ານສີບຸນເຮືອງທ່າ ໃນວັນທີ 12 ກຸມພາ 2021 ທີ່ວັດບ້ານສີບຸນເຮືອງທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ບຸນມີ ໄຊຍະວົງ ຄະນະປະຈໍາພັກເມືອງ ຮອງເລຂາຄະນະພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດເມືອງສີໂຄດຕະບອງ ທ່ານ ສົມບັດ ຈັນທະມາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານ ນາງ ວຽງພອນ ແກ້ວຄູນສີ ກໍາມະການພັກ ນວ ທ່ານ ແສງສຸລິຍັນ ສິລິໂພຄາ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງສີໂຄດຕະບອງ ທ່ານ ນັນຕາ ສານນຸວົງ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ທ່ານ ນາງ ອາລຸນນີ ສີພາຄໍາ ຄະນະບໍລິຫານງານສະຫະພັນແມ່ຍິງ ນວ ໃຫ້ການຕ້ອນຮັບຂອງທ່ານ ນາງ ສີສຸດາ ເພັງພົງສະຫວັດ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງສີໂຄດຕະບອງ ພ້ອມດ້ວຍຄະນະອົງການປົກຄອງບ້ານ ແລະ ປະຊາຊົນທັງສອງບ້ານເຂົ້າຮ່ວມ.

ໃນໂອກາດນີ້ ທ່ານນາຍບ້ານທັງສອງບ້ານໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບວຽກງານການບໍລິຫານອົງການປົກຄອງບ້ານໂດຍຫຍໍ້ ໃຫ້ຮູ້ວ່າ: ບ້ານສີບຸນເຮືອງທົ່ງ ມີພົນລະເມືອງ 1.400 ຄົນ ຍິງ 718 ຄົນ ມີ 265 ຄອບຄົວ ມີ 385 ຫຼັງຄາເຮືອນ ແບ່ງເປັນ 20 ໜ່ວຍ ມີເນື້ອທີ່ 322.426 ຄົນ ພາບໃນບ້ານ ຜູ້ມີສິດເລືອກຕັ້ງ 874 ຄົນ ຍິງ 483 ຄົນ ນັກສຶກສາຢູ່ຕ່າງປະເທດ 4 ຄົນ ຍິງ 3 ຄົນ ນັກສຶກສາຢູ່ທ້ອງຖິ່ນອື່ນ 19 ຄົນ ຍິງ 10 ຄົນ ບ້າໄບ້ເສຍຈິດ 20 ຄົນ ຍິງ 3 ຄົນ ຄົນມາພັກເຊົາ 96 ຄົນ ຍິງ 55 ຄົນ ໃນນີ້ ຜູ້ມີສິດເລືອກຕັ້ງຕົວຈິງ 970 ຄົນ ຍິງ 539 ຄົນ.
ຫຼັງຈາກນັ້ນ ຄະນະຜູ້ແທນທີ່ລົງສະໝັກທັງ 6 ທ່ານ ໄດ້ຜັດປ່ຽນກັນຂຶ້ນນໍາສະເໜີແນະນຳປະຫວັດຫຍໍ້ການເຄື່ອນໄຫວແລະ ຜົນງານຂອງຕົນໃນແຕ່ລະໄລຍະ ພ້ອມທັງສະເໜີແນວທາງການປະກອບສ່ວນຂອງຕົນພາຍຫຼັງທີ່ຖືກເລືອກຕັ້ງເປັນ ສສນວ ຊຸດທີ II ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ພະນັກງານທະຫານ ຕຳຫຼວດ ນັກຮຽນນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ເຊິ່ງຜູ້ສະໝັກເລືອກຕັ້ງ ສສນວ ຊຸດທີ II ເຂດເມືອງສີໂຄດຕະບອງ ເລີ່ມລົງຫາສຽງແຕ່ວັນທີ 9 ກຸມພາ 2021 ຫາວັນທີ 19 ກຸມພາ 2021 ລວມມີ 20 ຈຸດ ໃນນັ້ນມີ 42 ບ້ານ ມີ 24 ຫ້ອງການ.
# ຂ່າວ & ພາບ: ວຽງມາ