ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຮອງປະທານກໍາມະການເລືອກຕັ້ງລະດັບຊາດ ຫົວໜ້າອະນຸກຳມະການໂຄສະນາ ປຸກລະດົມຂະບວນການ ໄດ້ເນັ້ນໃນໂອກາດລົງຕິດຕາມ ກວດກາການເຝິກອົບຮົມ ໂຄສະນາ ແລະ ປຸກລະດົມຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II ຢູ່ເມືອງຫີນເຫີບ ແຂວງວຽງຈັນ ໂດຍໃຫ້ອໍານາດການປົກຄອງເມືອງຫີນເຫີບ ແລະ ອົງການປົກຄອງບ້ານຫີນເຫີບເໜືອ ບ້ານຫີນເຫີບໃຕ້ ບ້ານຫີນໂງ່ນ ບ້ານຫ້ວຍອີ່ເລີດ ກວດກາຄືນການກະກຽມວຽກງານຕ່າງໆຂອງການເລືອກຕັ້ງ ແລະ ພ້ອມກັນສືບຕໍ່ເຮັດໃຫ້ສຳເລັດ ສືບຕໍ່ກວດກາຜູ້ມີສິດເລືອກຕັ້ງ ຜູ້ທີ່ມີໃບຢັ້ງຢືນ ຕ້ອງຄຸ້ມຄອງແຕ່ນີ້ຈົນກວ່າຈະມີການປ່ອນບັດເລືອກຕັ້ງ ບໍ່ໃຫ້ເຂົາເຈົ້າເດີນທາງອອກຈາກພື້ນທີ່ຈົນກວ່າຈະມີການເລືອກຕັ້ງສຳເລັດ ສືບຕໍ່ໂຄສະນາ ແນະນຳຜູ້ທີ່ລົງສະໝັກເລືອກຕັ້ງໃຫ້ທົ່ວເຖິງ ເລິກເຊິ່ງ ພ້ອມທັງແນະນຳລະບຽບການປ່ອນບັດເລືອກຕັ້ງໃຫ້ຜູ້ທີ່ມີສິດເລືອກຕັ້ງເຂົ້າໃຈ ເອົາໃຈໃສ່ວຽກງານ ປກຊ-ປກສ ສືບຕໍ່ນຳພາ ແລະ ຍູ້ຂະບວນການຕ່າງໆ ເປັນຕົ້ນຂະບວນການເຂົ້າຮ່ວມເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃຫ້ມີຄວາມຄຶກຄື້ນມ່ວນຊື່ນ ເພີ່ມທະວີການນໍາພາຂອງຄະນະພັກແຕ່ລະຂັ້ນ ຊີ້ນຳ-ນຳພາໃຫ້ທົ່ວເຖິງ ໂດຍສະເພາະ ການນຳພາກ່ຽວກັບການເລືອກຕັ້ງ ເຮັດໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ ວ່າເປັນສິດ ແລະ ພັນທະຂອງພົນລະເມືອງລາວທຸກຊັ້ນຄົນ ເຮັດໃຫ້ຜູ້ທີ່ມີສິດປ່ອນບັດເລືອກຕັ້ງມີຄວາມຕື່ນຕົວ.

ການລົງເຄື່ອນໄຫວຕິດຕາມ ກວດກາການເຝິກອົບຮົມ ໂຄສະນາ ແລະ ປຸກລະດົມຂະບວນການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ຢູ່ເມືອງຫີນເຫີບ ຈັດຂຶ້ນວັນທີ 12 ກຸມພາ 2021 ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ ທ່ານ ວອນ ວໍລະສານ ເຈົ້າເມືອງຫີນເຫີບ ມີພະນັກງານຫຼັກແຫຼ່ງ ຂະແໜງການ ອົງການປົກຄອງບ້ານ.
ຈຸດປະສົງ ເພື່ອຕິດຕາມ ກວດກາ ແລະ ກໍາສະພາບການກ່ຽວກັບການກະກຽມໃຫ້ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ແລະ ຮັບຟັງການລາຍງານຄວາມພ້ອມດ້ານຕ່າງໆຂອງຄະນະກໍາມະການເລືອກຕັ້ງເມືອງຫີນເຫີບໃນບາດກ້າວທີ 1 ແລະ ແຜນການບາດກ້າວທີ 2 ເຊິ່ງເມືອງຫີນເຫີບມີຜູ້ມີສິດປ່ອນບັດເລືອກຕັ້ງ 20.767 ຄົນ ຍິງ 9.898 ຄົນ ແບ່ງເປັນ 35 ແລະ 13 ໜ່ວຍປ່ອນບັດເລືອກຕັ້ງເຄື່ອນທີ່.

ໂອກາດການລົງຕິດຕາມ ກວດກາຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍການນຳເມືອງ ບ້ານທີ່ໄດ້ເອົາໃຈໃສ່ກະກຽມການເລືອກຕັ້ງໄດ້ຮັບຜົນສຳເລັດຫຼາຍດ້ານ ເພື່ອຮັບປະກັນໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ 100% ຮັບປະກັນບໍ່ໃຫ້ມີບັດຕາຍ 100% ມີຄວາມສະຫງົບ 100% ນອກນີ້ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ເນັ້ນໃຫ້ການຈັດຕັ້ງເມືອງ ບ້ານ ເອົາໃຈໃສ່ວຽກງານປ້ອງກັນພະຍາດໂຄວິດ-19 ຕື່ມອີກ.
# ຂ່າວ & ພາບ: ສະບາໄພ