ກະຊວງການຕ່າງປະເທດ ຈັດປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ຂັ້ນຕອນການຊ່ວຍເຫຼືອແກ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃຫ້ແກ່ພະນັກງານພາຍໃນກະຊວງ ວັນທີ 12 ກຸມພາ 2021 ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດ ມີພະນັກງານລັດຖະກອນທຸກຂັ້ນຈາກດາກົມ ສະຖາບັນ ແລະ ບັນດາຫ້ອງການທຽບເທົ່າກົມອ້ອມຂ້າງກະຊວງ ເຂົ້າຮ່ວມທັງໝົດຈຳນວນປະມານ 250 ທ່ານ.

ກອງປະຊຸມດັ່ງກ່າວ ໄດ້ຈັດເຜີຍແຜ່ຂຶ້ນເປັນຄັ້ງທຳອິດ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບສະພາບລວມ ບັນຫາການຄ້າມະນຸດທີ່ເກີດຂຶ້ນໃນພາກພື້ນກໍຄືໃນ ສປປ ລາວ ກໍາໄດ້ນິຕິກຳສຳຄັນ ກໍຄືກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ປີ 2015 ທີ່ເປັນເອກະສານອ້າງອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວເພື່ອສະກັດກັ້ນບັນຫາການຄ້າມະນຸດໃນ ສປປ ລາວ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ແລະ ໄດ້ເຂົ້າໃຈເຖິງບັນດາຂັ້ນຕອນຕ່າງໆ ກົນໄກປະສານງານ ວິທີການດຳເນີນການຊ່ວຍເຫຼືອ ການສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດຢູ່ໃນ ສປປ ລາວ ຕະຫຼອດທັງບົດບາດຂອງບັນດາຂະແໜງການທີ່ຮັບຜິດຊອບວຽກງານດັ່ງກ່າວ ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມກໍໄດ້ສົນທະນາ ແລກປ່ຽນຄຳຄິດເຫັນໃນກອງປະຊຸມຢ່າງສ້າງສັນ ແລະ ກົງໄປກົງມາ.


# ຂ່າວ & ພາບ: ຂັນທະວີ