ວາງ 3 ຄວາມຮັບຜິດຊອບໃຫ້ຄະນະສະເພາະກິດ ຂັບເຄື່ອນວຽກງານຕ້ານ COVID-19

    ໃນວັນທີ 8 ເມສາ 2020 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ມີກອງປະຊຸມວ່າດ້ວຍການຮັບຜິດຊອບພາຍໃນຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການເງິນ ພ້ອມດ້ວຍບັນດາຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.​

    ຈຸດປະສົງເພື່ອເປັນການຈັດສັນແບ່ງວຽກ ໜ້າທີ່ຄວາມຮັບຜິດຊອບໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເພື່ອໃຫ້ໜ້າວຽກຂັບເຄື່ອນໄປໄດ້ຢ່າງວ່ອງໄວ ທັນສະພາບການ ແລະ ໄດ້ຮັບປະສິດທິພາບທີ່ສຸດ ຄະນະສະເພາະກິດຈຶ່ງໄດ້ຈັດກອງປະຊຸມເພື່ອຈັດແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນຢ່າງລະອຽດ. 

    ໃນກອງປະຊຸມ ໄດ້ແບ່ງຄວາມຮັບຜິດຊອບລະອຽດຂອງຄະນະສະເພາະກິດດັ່ງນີ້: 

1. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນຫົວໜ້າຄະນະຊີ້ນຳລວມ ເພື່ອຕິດຕາມກວດກາ ແລະ ຊຸກຍູ້ການປະຕິບັດທຸກວຽກງານຂອງຄະນະສະເພາະກິດ ເພື່ອຕິດຕາມ ກວດກາ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແລະ ລາຍງານລັດຖະບານຮັບຊາບເປັນປົກກະຕິຕໍ່ເນື່ອງ ແລະ ທັນເວລາ 

2. ທ່ານ ຮສ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກິຊວງສາທາລະນະສຸກ ເປັນຮອງຫົວໜ້າຄະນະ ມີໜ້າທີ່ຊ່ວຍຫົວໜ້າຄະນະ ລົງເລິກຊີ້ນຳດ້ານວິຊາການສາທາລະນະສຸກ ພ້ອມຕິດຕາມ ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດ ເພື່ອລາຍງານຫົວໜ້າຄະນະ ແລະ ທ່ານນາຍົກຮັບຊາບ ແລະ ມີທິດຊີ້ນຳ 

3. ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເປັນຮອງຫົວໜ້າຄະນະ ຜູ້ປະຈຳການ ທັງເປັນຫົວໜ້າກອງເລຂາຄະນະສະເພາະກິດ ມີໜ້າທີ່ຊ່ວຍທ່ານລັດຖະມົນຕີ ຊີ້ນຳວຽກງານວິຊາການດ້ານສາທາລະນະສຸກ ພ້ອມທັງເປັນໂຄສົກຂອງຄະນະສະເພາະກິດ ເພື່ອຖະແຫຼງສະພາບການແຜ່ລະບາດຂອງພະຍາດ COVID-19 ແລະ ບັນດາວຽກງານມາດຕະການຕ່າງໆດ້ານສາທາລະນະສຸກທີ່ໄດ້ປະຕິບັດ. 

    ນອກນີ້ກໍໄດ້ແບ່ງຄວາມຮັບຜິດຊອບກອງເລຂາ ປະກອບມີ: ວຽກກອງເລຂາ ແລະ ປະສານງານກອງເລຂາຊ່ວຍວຽກ ວຽກພົວພັນຕ່າງປະເທດ ວຽກງານໂຄສະນາເຜີຍແຜ່ຂໍ້ມູນ-ຂ່າວສານ ແລະ ຕ້ານຂ່າວສານທີ່ບິດເບືອນຄວາມຈິງ ວຽກງົບປະມານ ແລະ ພະລາທິການ ວຽກງານກະກຽມສະຖານທີ່ຮອງຮັບການແຍກປ່ຽວ ແລະ ປິ່ນປົວ ວຽກງານຄຸ້ມຄອງການສັນຈອນ ແລະ ຈຳກັດບໍລິເວນ ວຽກງານການຄຸ້ມຄອງລາຄາສິນຄ້າ ແລະ ສົ່ງເສີມການຜະລິດພາຍໃນ ວຽກງານກວດກາ ແລະ ອໍານວຍຄວາມສະດວກໃນການຂົນສົ່ງສິນຄ້າພາຍໃນ ແລະ ສິນຄ້າເຂົ້າ-ອອກປະເທດ ວຽກງານປຸກລະດົມ ໂຄສະນາ ຂົນຂວາຍທົ່ວສັງຄົມ ມີວຽກງານຄຸ້ມຄອງແຮງງານ ແລະ ນັກສຶກສາມາຈາກຕ່າງປະເທດ ວຽກງານກະກຽມກຳລັງສະໜັບສະໜູນຮອບດ້ານ.

error: Content is protected !!