
ປັດຈຸບັນ ຊາວກະສິກອນໃນທົ່ວປະເທດ ກໍຄືຊາວກະສິກອນໃນນະຄອນຫຼວງວຽງຈັນ ກໍາລັງຂຸ້ນຂ້ຽວເກັບກ່ຽວຜົນຜະລິດພືດລະດູແລ້ງໃຫ້ທັນກັບເວລາ ໂດຍສະເພາະແມ່ນການເກັບກ່ຽວເຂົ້ານາແຊງ ແນໃສ່ໃຫ້ໄດ້ຜົນຜະລິດທີ່ມີປະສິດທິພາບສູງສຸດ.

ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໃຫ້ຮູ້ວັນທີ 8 ເມສາ 2020 ວ່າ: ການປູກເຂົ້ານາແຊງ ມີເນື້ອທີ່ແຜນການທັງໝົດ 14.300 ເຮັກຕາ ປັກດໍາຕົວຈິງປະຕິບັດໄດ້ 14.089 ເຮັກຕາ ເຊິ່ງໄດ້ເລີ່ມລົງມືເກັບກ່ຽວຜົນຜະລິດແຕ່ທ້າຍເດືອນມີນາເປັນຕົ້ນມາ ປັດຈຸບັນສາມາດເກັບກ່ຽວຜົນຜະລິດໄດ້ທັງໝົດ 1.773 ເຮັກຕາ ເທົ່າກັບ 12,58% ຄາດວ່າຈະຂຸ້ນຂ້ຽວເກັບກ່ຽວໃຫ້ສໍາເລັດໃນທ້າຍເດືອນພຶດສະພາທີ່ຈະມາເຖິງນີ້. ສໍາລັບພືດອຸດສະຫະກຳ ມີເນື້ອທີ່ແຜນການປູກ 1.625 ເຮັກຕາ ປະຕິບັດໄດ້ 1.305 ເຮັກຕາ ເທົ່າກັບ 80,3% ການຜະລິດພືດຜັກມີ ເນື້ອທີ່ແຜນການປູກ 6.818 ເຮັກຕາ ປະຕິບັດໄດ້ 6.024 ເຮັກຕາ ເທົ່າກັບ 88,35%.
