
ເພື່ອເປັນການປ້ອງກັນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດຢູ່ເມືອງຫົງສາ ທາງຄະນະສະເພາະກິດຂອງເມືອງ ແລະ ກໍາລັງ ປກສ ເມືອງ ໄດ້ລົງຕິດຕາມກວດກາຄົນເຂົ້າ-ຄົນອອກ ເພື່ອຮັກສາຄວາມສະຫງົບ ແລະ ຄວາມປອດໄພ ຕະຫຼອດ 24 ຊົ່ວໂມງ ເຊິ່ງໄດ້ຮັບເອົາບຸກຄົນຜູ້ທີ່ກັບມາຈາກການໄປອອກແຮງງານ ແລະ ຜູ້ທີ່ເດີນທາງມາຈາກຕ່າງປະເທດທີ່ມີຄວາມສຽ່ງມາກັກບໍລິເວນຊົ່ວຄາວເປັນໄລຍະ 14 ວັນ ເພື່ອຕິດຕາມອາການ ແລະ ເມື່ອຄົບກໍານົດພາຍໃນ 14 ວັນ ໂດຍບໍ່ສະແດງການຢ່າງໃດ ຈຶ່ງໃຫ້ກັບຄືນສູ່ຄອບຄົວຂອງຕົນ.

ໃນວັນທີ 4 ເມສາ 2020 ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ພ້ອມດວ້ຍທ່ານ ພູວາ ໂພທິລັກ ຮອງອຳນວຍການໂຮງໝໍແຂວງໄຊຍະບູລີ ໄດ້ສືບຕໍ່ຕິດຕາມກວດກາ ກຽ່ວກັບການປ້ອງກັນເຝົ້າລະວັງ ແລະ ການຕອບໂຕ້ພະຍາດໂຄວິດ-19 ຢູ່ເມືອງຫົງສາ ໂດຍມີທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ຄະນະຮັບຜິດຊອບສະເພາະກິດຂອງເມືອງ ແລະ ພະນັກງານປະຈຳຢູ່ແຕ່ລະສູນຂອງເມືອງເຂົ້າຮ່ວມ ເຊິ່ງປະກອບມີ 4 ສູນ ຄື: ສູນໂຮງຮຽນປະຖົມສົມບູນເມືອງຫົງສາ ໂຮງຮຽນປະຖົມສົມບູນບ້ານເມືອງຫານ ໂຮງຮຽນ ມສ ນາປຸ່ງ ແລະ ໂຮງຮຽນ ມສ ພູແລ້ງ ປັດຈຸບັນມີຜູ້ເຂົ້າກັກຕົວທັງໝົດ 111 ຄົນ ຍິງ 49 ຄົນ ສ່ວນບຸກຄົນທີ່ໄດ້ຜ່ານການກັກຕົວໃນໄລຍະຜ່ານມາຄົບຈຳນວນ 14 ວັນ ແຕ່ບໍ່ສະແດງອາການ ທາງຄະນະສະເພາະກິດຂັ້ນເມືອງໄດ້ອອກໃບຢັ້ງຢືນໃຫ້ກັບຄືນສູ່ຄອບຄົວແລ້ວ ຈຳນວນ 17 ຄົນ ຍິງ 8 ຄົນ ບຸກຄົນທີ່ມີຄວາມສຽ່ງຕິດຕາມນອກສູນຢູ່ບ້ານເຮືອນ ມີ 10 ຄົນ ຍິງ 5 ຄົນ.

ການລົງຕິດຕາມກວດກາ ກຽ່ວກັບການປ້ອງກັນເຝົ້າລະວັງ ແລະ ການຕອບໂຕ້ພະຍາດ ໂຄວິດ-19 ຢູ່ເມືອງຫົງສາໃນຄັ້ງນີ້ ທ່ານ ຍັນຍົງ ສີປະເສີດ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາຕົວຈິງຢູ່ແຕ່ລະສູນ ແລະ ໂຮງໝໍຊຸມຊົມເມືອງຫົງສາ ໃນໂອກາດນີ້ ທ່ານກໍໄດ້ສະແດງຄວາມຊົມເຊີຍຕໍ່ກັບຜູ້ທີ່ກັບມາຈາກການໄປອອກແຮງງານ ແລະ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ໃຫ້ຄວາມຮ່ວມມືຕໍ່ຄະນະສະເພາະກິດ ແລະ ທ່ານຍັງເນັ້ນໃຫ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມຂັ້ນເທິງມອບໝາຍ ໃຫ້ພະນັກງານແພດໝໍລົງຕິດຕາມຢ່າງໃກ້ສິດ ປະຕິບັດຕາມຂັ້ນຕອນຂອງພະນັກງານແພດໝໍ ເຊັ່ນ: ໜັ່ນລ້າງມືດ້ວຍສະບູ ຫຼື ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ຫຼີກລຽ່ງການສໍາຜັດຕາ ດັງ ປາກ ແລະ ຂັ້ນຕອນອື່ນໆ ພ້ອມທັງວັດແທກອຸນຫະພູມຢ່າງໜ້ອຍສອງຄັ້ງຕໍ່ມື້ ຖ້າຜູ້ໃດມີໄຂ້ສູງກວ່າ 37,5 ອົງສາ ໃຫ້ລາຍງານຄະນະຮັບຜິດຊອບຂັ້ນເມືອງ ຫຼື ພາກສ່ວນທີ່ກຽ່ວຂ້ອງໃຫ້ທ່ວງທັນກັບເວລາ ສວ່ນປະຊາຊົນທີ່ກັບມາແຕ່ຕ່າງປະເທດ ກໍຕ້ອງໃຫ້ເຂົ້າສູນກັກຕົວ ເພື່ອເປັນການຕິດຕາມເຝົ້າລະວັງປ້ອງກັນພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດຢູ່ເມືອງຫົງສາ ພວກເຮົາທຸກຄົນຄວນເປັນເຈົ້າການ ພ້ອມກັນປະຕິບັດຕາມຂັ້ນຕອນຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ວິກິດການໃນຄັ້ງນີ້ຜ່ານພົ້ນໄປດ້ວຍດີ.