ຜູ້ສະໝັກເລືອກຕັ້ງ ສສນວ ຊຸດ II ເຂດເມືອງສັງທອງ ລົງຫາສຽງ

    ໃນວັນທີ 9 ກຸມພາ 2021 ຜູ້ລົງສະໝັກເລືອກຕັ້ງສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນນວ) ຊຸດທີ II ເຂດເມືອງສັງທອງ ລົງຫາສຽງຢູ່ສະໂມສອນເມືອງສັງທອງ ນວ ມີທ່ານ ຄໍາສວຍ ອຸ່ນດາລາ ຮອງເລຂາພັກເມືອງ ປະທານດວດກາພັກ-ລັດ ເມືອງສັງທອງ ທ່ານ ນາງ ໂຄຕະມິນ ພົງຍາລັກ ຮອງເລຂາໜ່ວຍພັກ ຮອງປະທານສະຫະພັນແມ່ຍິງ ນວ ທ່ານ ນາງ ໄຊພອນ ແສງຈັນ ຄະນະປະຈໍາພັກ ຫົວໜ້າຫ້ອງການຈັດຕັ້ງເມືອງສັງທອງ ທ່ານ ບຸນທັນ ແສງມະນີ ຄະນະປະຈໍາພັກ ຮອງເລຂາຄະນະພັກຮາກຖານ ຮອງພະແນກສຶກສາທິການ ແລະ ກິລາ ນວ ທ່ານ ບຸນຮອງ ດວງມາລາ ຄະນະພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງສັງທອງ ໃຫ້ກຽດຕ້ອນຮັບໂດຍທ່ານ ພົງສະຫວັນ ສີລະພັນ ເຈົ້າເມືອງສັງທອງ ພ້ອມດ້ວຍຮອງເຈົ້າເມືອງ ຫົວໜ້າຫ້ອງການ ພະນັກງາກຫຼັກແຫຼ່ງເຂົ້າຮ່ວມ. 

    ໂອກາດດັ່ງກ່າວ ບັນດາຜູ້ແທນ 5 ທ່ານທີ່ລົງສະໝັກເລືອກຕັ້ງ ສສນວ ຊຸດທີ ll ຍັງໄດ້ຜັດປ່ຽນກັນຂຶ້ນສະເໝີໂຕ ພ້ອມຜ່ານປະຫວັດຫຍໍ້ໃນການເຄື່ອນໄຫວໃນໄລຍະຜ່ານມາ ເພື່ອໂຄສະນາຫາສຽງໃນການປ່ອນບັດເລືອກຕັ້ງໃນຊຸດນີ້ ທັ້ງນີ້ກໍເພື່ອເປັນການສືບຕໍ່ເລືອກເອົາບຸກຄົນດີເດັ່ນເພື່ອເປັນຕົວແທນປະຕິບັດສິດອໍານາດຂອງປະຊາຊົນບັນດາເຜົ່າ ສິ່ງທີ່ສໍາຄັນ ແມ່ນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາ ທິປະໄຕປະຊາຊົນ ໃນຖານະເປັນອົງການອໍານາດລັດໜຶ່ງ ໃນລະບົບການເມືອງໃນ ສປປ ລາວ ໃຫ້ນັບມື້ນັບດີຂຶ້ນ.

                # ຂ່າວ & ພາບ: ວຽງມາ

error: Content is protected !!