ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງ ສສ ນວ ລົງໂຄສະນາຫາສຽງທີ່ຫ້ອງວ່າການປົກຄອງເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ວັນທີ 9 ກຸມພາ 2021 ຄະນະຜູ້ແທນທີ່ລົງຮັບສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສ ນວ) ນຳໂດຍທ່ານ ບູນປີງ ປັນຍາຈິດ ຮອງເລຂາພັກເມືອງ ປະທານກວດກາພັກ ປະທານອົງການກວດກາລັດ ຜູ້ຮັບສະໝັກເລືອກຕັ້ງເປັນ ສສ ນວ ເຂດເລືອກຕັ້ງເມືອງໄຊເສດຖາ ພ້ອມດ້ວຍຄະນະລົງໂຄສະນາຫາສຽງຂອງຜູ້ຮັບສະໝັກເລືອກຕັ້ງເປັນ ສສ ນວ ເປັນກຽດຕ້ອນຮັບຂອງທ່ານ ໂພຄຳ ໄຊຍະສອນ ເຈົ້າເມືອງໄຊເສດຖາ ມີຮອງເຈົ້າເມືອງ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໃນພິທີທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ໄດ້ລາຍງານການກະກຽມການລົງໂຄສະນາຫາສຽງຂອງຄະຜູ້ແທນວ່າ: ໄດ້ລົງໂຄສະນາເຜີຍແຜ່ບັນດານິຕິກໍາກ່ຽວກັບການເລືອກຕັ້ງໃຫ້ບັນດາກົມກອງ ແລະ ບ້ານສຳເລັດ ທົ່ວເມືອງມີໜ່ວຍເລືອກຕັ້ງທັງໝົດ 100 ໜ່ວຍ ໃນນັ້ນ ໜ່ວຍເລືອກຕັ້ງຂອງບ້ານມີ 87 ໜ່ວຍ ກົມກອງ 13 ໜ່ວຍ ມີພົນລະເມືອງທັງໝົດ 131.985 ຄົນ ຍິງ 64.396 ຄົນ ມີຜູ້ມີສິດເລືອກຕັ້ງ 92.306 ຄົນ ຍິງ 45.427 ຄົນ ພ້ອມນີ້ ກໍໄດ້ສົມທົບກັບໜ່ວຍເລືອກຕັ້ງ ເພື່ອກຳນົດສະຖານທີ່ໃຫ້ເໝາະສົມ ພ້ອມທັງປະສານງານກັບຄະນະຮັບຜິດຊອບຂັ້ນ ນວ ໃນການກະກຽມຄວາມພ້ອມດ້ານອຸປະກອນ ແລະ ງົບປະມານ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານແລ້ວ ບັນດາຄະນະຜູ້ແທນກໍໄດ້ຜັດປ່ຽນກັນສະເໜີປະຫວັດຫຍໍ້ ແລະ ການເຄື່ອນໄຫວວຽກງານຂອງຕົນໃຫ້ຜູ້ເຂົ້າຮ່ວມຮັບຊາບ ເຊິ່ງບັນດາຄະນະຜູ້ແທນເຫຼົ່ານີ້ ລ້ວນແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດຄົບຕາມມາດຖານເງື່ອນໄຂທີ່ຈະເປັນ ສສ ນວ ສະນັ້ນ ຜູ້ມີສິດເລືອກຕັ້ງ ຈົ່ງມາໃຊ້ສິດຂອງຕົນເຂົ້າໃນການປ່ອນບັດຄັດເລືອດເອົາຜູ້ທີ່ຕົນມັກ ແລະ ໄວ້ວາງໃຈຜູ້ທີ່ຈະເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ເຊິ່ງໃນຈຳນວນ 6 ທ່ານນີ້ ແມ່ນຂີດອອກ 2 ທ່ານ ເລືອກເອົາ 4 ທ່ານ.


# ຂ່າວ & ພາບ: ອົ່ນ ໄຟສົມທອງ