ຖະແຫຼງຂ່າວກ່ຽວກັບງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021

    ໜຶ່ງໃນຂອງຂວັນທີ່ມອບໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 60 ປີນີ້ ວັນທີ 9 ກຸມພາ 2021 ທີ່ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ໄດ້ມີພິທີຖະແຫຼງຂ່າວກ່ຽວກັບງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ໂດຍການເຂົ້າຮ່ວມຂອງທ່ານ ຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງ ຖວທ ທ່ານ ນາງແສງແກ້ວ (ໂມ້ສຽວຫຼິງ) ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ພ້ອມດ້ວຍບັນດາສື່ມວນຊົນລາວ. 

    ທ່ານ ຄໍາເພົ້າ ວັນນະວົງ ກ່າວວ່າ: ວິດີໂອສັ້ນ ໃນຖານະທີ່ເປັນສື່ຮູບແບບໃໝ່ ແມ່ນໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຈາກປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ງານແຂ່ງຂັນວິດີໂອສັ້ນລາວ-ຈີນຄັ້ງນີ້ ໄດ້ເນັ້ນໃສ່ເລື່ອງລາວທີ່ຊາບຊຶ້ງໃຈ ແລະ ຄວາມອົບອຸ່ນທີ່ເກີດຂຶ້ນລະຫວ່າງລາວ-ຈີນ ເພື່ອສ່ອງແສງໃຫ້ເຫັນເຖິງມິດຕະພາບອັນເປັນມູນເຊື້ອລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນທັງສອງປະເທດ. ພ້ອມດຽວກັນນີ້ ຍັງເປັນການສ້າງໂອກາດໃຫ້ແກ່ຄົນລາວທີ່ມີຄວາມຮູ້ ຄວາມສາມາດ ບໍ່ວ່າໃນວົງການ ຫຼືນອກວົງການ ໄດ້ພັດທະນາຂະແໜງການຜະລິດວິດີໂອສັ້ນໃຫ້ມີຄວາມອຸດົມສົມບູນກວ່າເກົ່າ ເພື່ອຍົກລະດັບວິຊາການຂອງຂະແໜງການທີ່ກ່ຽວຂ້ອງໃຫ້ສູງຂຶ້ນຕາມຍຸກສະໄໝໃໝ່. 

    ທ່ານ ນາງ ແສງແກ້ວ ກໍ່ໄດ້ກ່າວຕື່ມວ່າ: ເພື່ອເປັນການມອບຂອງຂວັນໃຫ້ແກ່ວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ ແລະ ສ້າງບັນຍາກາດຄໍານັບຮັບຕ້ອນກາລະໂອກາດທີ່ມີຄວາມໝາຍສໍາຄັນຍິ່ງ ຕໍ່ສອງປະເທດລາວ-ຈີນຢ່າງຄຶກຄື້ນ ຫວ່າງບໍ່ດົນມານີ້ ສູນອາຊີ-ອາຟຣິກາ ຂອງສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ແລະ ກະຊວງ ຖວທ  ໄດ້ຮ່ວມກັນເປີດງານແຂ່ງຂັນວິດີໂອສັ້ນລາວ-ຈີນ 2021 ຢ່າງເປັນທາງການ ງານແຂ່ງຂັນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ຄຽງຂ້າງກັນ” ເຊິ່ງຈະຮັບຜົນງານການປະກວດວີດີໂອ 5 ປະເພດໃນສັງຄົມລາວ ແລະຈີນ ຄື: ຮູບເງົາເລື່ອງສັ້ນ Vlog ການໂຄສະນາເພື່ອສາທາລະນະປະໂຫຍດ MV ເພງມິດຕະພາບລາວ-ຈີນ ແລະ ວີດີໂອສັ້ນທີ່ຖ່າຍດ້ວຍໂທລະສັບມືຖື ພ້ອມດຽວກັນນີ້ ທາງຄະນະຈັດງານຍັງໄດ້ຈັດລາງວັນຫຼາຍຮູບແບບ ເຊິ່ງຜູ້ເຂົ້າຮ່ວມການປະກວດຕ້ອງສົ່ງຜົນງານການປະກວດຂອງຕົນໃຫ້ແກ່ຄະນະຈັດງານກ່ອນວັນທີ 28 ມີນາ 2021 ຈາກນັ້ນ ກຳມະການຂອງສອງປະເທດລາວ-ຈີນ ຈະຮ່ວມກັນຕັດສິນໃຫ້ຄະແນນ ແລະ ຄັດເລືອກເອົາຜູ້ທີ່ໄດ້ຮັບລາງວັນຕ່າງໆ ສ່ວນຜົນການປະກວດ ຈະແຈ້ງຜ່ານສື່ມວນຊົນລາວ ແລະ ຈີນໃນເດືອນເມສາ 2021. 

    ຖ້າຢາກຮູ້ລາຍລະອຽດກ່ຽວກັບງານແຂ່ງຂັນຄັ້ງນີ້ ເຊີນຕິດຕາມໃນເວັບໄຊ http://laos.cri.cn/clvideo ແລະ “Laos Grip”APP ເຊີນຊວນທຸກທ່ານທີ່ມີພອນສະຫວັນ ແລະ ມີຈຸດປະສົງຢາກເຂົ້າຮ່ວມໃນງານນີ້ໄດ້ ໂດຍບໍ່ຈໍາກັດເພດ ສາຂາອາຊີບ ຜູ້ຢູ່ຊົນນະບົດ ຫຼື ຕົວເມືອງ ໂດຍບໍ່ເສຍຄ່າສະໝັກໃດໆ.

                # ຂ່າວ & ພາບ: ຂັນທະວີ

error: Content is protected !!