ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ຈັດຂຶ້ນວັນທີ 9-10 ກຸມພາ 2021 ຢູ່ຫ້ອງປະຊຸມກົມສ່ວຍສາອາກອນ ກະຊວງການເງິນ ພາຍໃຕ້ການເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ມີຫົວໜ້າ ແລະ ຮອງຫົວໜ້າກົມສ່ວຍສາອາກອນ ຜູ້ຕາງໜ້າກົມອ້ອມຂ້າງກະຊວງການເງິນ ຫົວໜ້າ ແລະ ຮອງຫົວໜ້າພະແນກອ້ອມຂ້າງກົມສ່ວຍສາອາກອນ ຫົວໜ້າສ່ວຍສາອາກອນປະຈໍາແຂວງ ນະຄອນຫຼວງ ຫົວໜ້າສ່ວຍສາອາກອນປະຈຳເມືອງ ຫົວໜ້າຂະແໜງ ແລະ ພະນັກງານຫຼັກແຫຼ່ງຈຳນວນໜຶ່ງ ເຂົ້າຮ່ວມ.

ທ່ານ ທໍາມະລົດ ຣາຊພົນ ຮອງຫົວໜ້າກົມສ່ວຍສາອາກອນ ກ່າວບາງຕອນວ່າ: ຕະຫຼອດປີ 2020 ທີ່ຜ່ານມາ ຂະແໜງສ່ວຍສາອາກອນ ໄດ້ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍດຳລັດຂອງນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງລັດຖະມົນຕີກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິບັດງົບປະມານ ປະຈຳປີ 2020 ໂດຍຮີບຮ້ອນຫັນເອົາທິດທາງແຜນການເຫຼົ່ານັ້ນເຂົ້າເປັນແຜນວຽກລະອຽດຈຸດສຸມຂອງຕົນ ການປະຕິບັດເກັບລາຍຮັບສ່ວຍສາອາກອນໃນສົກປີ 2020 ນີ້ ໄດ້ດໍາເນີນໃນທ່າມກາງສະພາບເສດຖະກິດຂອງປະເທດມີຄວາມຫຍຸ້ງຍາກ ຍ້ອນໄດ້ຮັບຜົນກະທົບຈາກບັນຫາເສດຖະກິດທີ່ຖົດຖອຍ ການປິດດ່ານສາກົນ ປິດປະເທດ ແລະ ການປະຕິບັດນະໂຍບາຍຫຼຸດຜ່ອນ-ຍົກເວັ້ນອາກອນຕ່າງໆຕໍ່ຜູ້ດຳເນີນທຸລະກິດໃນໄລຍະການແຜ່ລະບາດຂອງພະຍາດ COVID-19 ເຮັດໃຫ້ການເກັບລາຍຮັບສ່ວຍສາອາກອນປີ 2020 ສາມາດບັນລຸໄດ້ 9.855,6 ຕື້ກີບ ເທົ່າກັບ 98,36% ຂອງແຜນການດັດແກ້ ແລະ ມີເຖິງ 15 ແຂວງທີ່ສາມາດຈັດຕັ້ງປະຕິບັດໄດ້ເກີນແຜນ.

ແຕ່ເຖິງແນວໃດກໍຕາມ ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ດໍາລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2021 ພວກເຮົາກໍຈະຕ້ອງໄດ້ຄົ້ນຄວ້າບັນດາມາດຕະການເພື່ອຊຸກຍູ້ການເກັບລາຍຮັບ ແນໃສ່ຮັບປະກັນການເກັບລາຍຮັບສ່ວຍສາອາກອນໃນຂອບເຂດທົ່ວປະເທດໃຫ້ບັນລຸຕາມຄາດໝາຍ ດ້ວຍການເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຂະແໜງສ່ວຍສາອາກອນໃນແຕ່ລະຂັ້ນໃຫ້ສູງຂຶ້ນກວ່າເກົ່າ.

# ຂ່າວ & ພາບ: ສີພອນ