ມສ ວຽງຈັນ ຊະນະເລີດແຂ່ງຂັນໂຕ້ວາທີເພື່ອຊີງທຶນການສຶກສາ

    ການແຂ່ງຂັນໂຕ້ວາທີ ແລະ ອະພິປາຍຊີ້ແຈງໃນຫົວຂໍ້: ການມີສະພາບແວດລ້ອມທີ່ດີ ມີປະໂຫຍດແນວ ໃດຕໍ່ຄົນເຮົາ ເພື່ອຊີງທຶນການສຶກສາປະລິນຍາຕີທົ່ວນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 6 ກຸມພາ 2021 ທີ່ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ມີທ່ານ ສົມພຽນ ໄຊຍະເດດ ປະທານມູນນິທິສົ່ງເສີມການສຶກ ສາ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຜູ້ບໍລິຫານມູນນິທິສົ່ງເສີມການສຶກສາ ແຂກຖືກເຊີນ ພະນັກງານຄູ-ອາຈານ ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

    ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ນອກຈາກເພື່ອຊີງທຶນການສຶກສາແລ້ວ ຍັງເປັນການສົ່ງເສີມທັກສະ ຂອງນັກຮຽນ ໃນການກ້າສະແດງອອກ ເສີມສ້າງວາທະສິນ ພອນສະຫວັນທີ່ມີຂອງນັກຮຽນ ໄດ້ຮັບ ການສົ່ງເສີມການຮຽນຮູ້ ພັດທະນາຫົວຄິດປະດິດສ້າງ ກ້າຄິດ ກ້າທຳ ກ້າສະແດງອອກ ແລະ ກ້າຕັດ ສິນໃຈ  ເຊິ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນທັງໝົດ 13 ຄົນ ຈາກໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ ແລະ ໂຮງຮຽນມັດທະຍົມປາຍນະຄອນຫຼວງວຽງຈັນ-ນະຄອນຫຼວງໂຮຈີມິງ ເຊິ່ງການໂຕ້ວາທີ ມີສອງທີມ ທີມລະ 4 ຄົນ ແລະ ຂຶ້ນອະພິປາຍໃນຫົວຂໍ້ກ່ຽວກັບສິ່ງແວດລ້ອມ ອີກ 5 ຄົນ.

    ຜົນການແຂ່ງຂັນຄັ້ງນີ້ ທີມຊະນະເລີດຂອງການໂຕ້ວາທີ ແມ່ນທີມຈາກໂຮງຮຽນ ມສ ວຽງຈັນ ຮອງຊະນະເລີດແມ່ນທີມຈາກໂຮງຮຽນມັດທະຍົມປາຍນະຄອນຫຼວງວຽງຈັນ-ນະຄອນຫຼວງໂຮຈີມິງ ສ່ວນຊະນະເລີດການອະພິປາຍ ຊີ້ແຈງໃນຫົວຂໍ້ ການມີສະພາບແວດລ້ອມທີ່ດີ ມີປະໂຫຍດແນວໃດຕໍ່ຄົນ ເຮົາ ນາງ ຟ້າໃສ ຫຼວງພິບູນ ແລະ ຮອງຊະນະເລີດ ນາງ ຈິນຕະນະພອນ ຈັນທະວົງ ຫົວຂໍ້ຊີ້ແຈງ ທັງສອງ ມາຈາກໂຮງຮຽນ ມສ ວຽງຈັນ.

​                              # ຂ່າວ & ພາບ: ບຸນມີ

error: Content is protected !!