ຜູ້ສະໝັກ ສສນວ ປະຈຳເຂດເລືອກຕັ້ງ 1 ເມືອງນາຊາຍທອງລົງຫາສຽງ

    ວັນທີ 9 ກຸມພາ 2021 ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນນະຄອນຫຼວງວຍງຈັນ (ສສນວ) ຊຸດທີ II ປະຈຳເຂດເລືອກຕັ້ງ 1 ເມືອງນາຊາຍທອງ 5 ທ່ານ ໄດ້ລົງພົບປະພະນັກງານເມືອງນາຊາຍທອງ ທີ່ສະໂມສອນເມືອງນາຊາຍທອງ ມີທ່ານ ພູວຽງ ເພຍເທບ ຮອງເລຂາພັກເມືອງ ປະທານຄະນະກວດກາພັກ ປະທານອົງການກວດກາລັດເມືອງນາຊາຍທອງ ທ່ານ ສີວອນ ຊັບທະວີ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ທ່ານ ແສງວິໄລ ສີລັດຕະນະ ກໍາມະການພັກເມືອງ ເລຂາໜ່ວຍພັກຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍທອງ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງນາຊາຍທອງ ທ່ານ ດຣ ບຸທະວີ ເດດບັນດິດ ຮອງຫົວໜ້າພະແນກ ຮອງເລຂາໜ່ວຍພັກຮາກຖານ ຮັບຜິດຊອບວຽກງານສາທາລະນະສຸກ ນວ ທ່ານ ສົມບູນ ເນຕິບັນດິດ ເປັນເຈົ້າຂອງບໍລິສັດ ທິບພະຈັນກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຈໍາກັດ ໃຫ້ກຽດຕ້ອນຮັບໂດຍທ່ານ ວຽງຄໍາ ສີຫາໂຄດ ກໍາມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍບັນດາຮອງເລຂາຄະນະພັກ ພະນັກງານທະຫານ ຕໍາຫຼວດ ແລະ ພະນັກງານລັດຖະກອນທົ່ວເມືອງເຂົ້າຮ່ວມ.

    ການລົງພົບປະຂອງຜູ້ສະໝັກເປັນ ສສນວ ປະຈຳເຂດເລືອກຕັ້ງທີ 1 ເມືອງນາຊາຍທອງ ຄັ້ງນີ້ ຜູ້ລົງສະໝັກ 5 ທ່ານ ໄດ້ຜັດປ່ຽນກັນຂຶ້ນສະເໜີແນະນຳປະຫວັດຫຍໍ້ການເຄື່ອນໄຫວ ແລະ ຜົນງານຂອງຕົນໃນແຕ່ລະໄລຍະ ພ້ອມທັງສະເໜີແນວທາງການປະກອບສ່ວນຂອງຕົນ ພາຍຫຼັງທີ່ຖືກເລືອກຕັ້ງເປັນ ສສນວ ຊຸດທີ II ທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດໃຫ້ແກ່ພະນັກງານ ທະຫານ ຕຳຫຼວດ ນັກຮຽນນັກສຶກສາ ແລະ ປະຊາຊົນບັນດາເຜົ່າ ທີ່ໄປນັ່ງຢູ່ ສສນວ.

​                              # ຂ່າວ & ພາບ: ວຽງມາ

error: Content is protected !!