ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າ ຫົວຂໍ້ການເຂົ້າເຖິງສຸຂະພາບທາງເພດ ແລະ ຈະເລີນພັນ ຂອງໄວ ໜຸ່ມໃນແຂວງບໍ່ແກ້ວ ພາຍໃຕ້ໂຄງການສົ່ງເສີມສິດທິເດັກຍິງ ໄວໜຸ່ມຍິງຊົນເຜົ່າ (EGR) ຈັດຂຶ້ນວັນທີ 8 ກຸມພາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ນາງ ຈັນສີ ພິມພະຈັນ ປະທານສະມາຄົມສົ່ງເສີມສຸຂະພາບຄອບຄົວ (ສສສຄ) ທ່ານ ນາງ ວິມາລາ ເດດວົງສາ ຮອງອຳນວຍການອົງການແພລນສາກົນປະຈຳລາວ ພ້ອມດ້ວຍທ່ານຜູ້ອຳນວຍການ ສສສຄ ທ່ານຜູ້ຕາງ ໜ້າຈາກກະຊວງ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຈັນສີ ພິມມະຈັນ ໄດ້ກ່າວວ່າ: ສສສຄ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2012 ສຸມໃສ່ວຽກ ງານດ້ານສຸຂະພາບຈະເລີນພັນ ແລະ ສິດທິດ້ານສຸຂະພາບຈະເລີນພັນ ການດູແລສຸຂະພາບແມ່ ແລະ ເດັກ ສຸຂະພາບໄລໜຸ່ມ ພະຍາດຕິດຕໍ່ທາງເພດສຳພັນ (ເອດ) ການວາງແຜນຄອບຄົວ ການຫຼຸລູກທີ່ປອດໄພ ຄວາມສະເໝີພາບ ບົດບາດຍິງ-ຊາຍ ມະເຮັງໃນລະບົບສືບພັນ ໂພຊະນາການ ແລະ ການດູແລສຸຂະ ພາບຜູ້ສູງອາຍຸ ເຊິ່ງຜ່ານການປະຕິບັດວຽກງານຜ່ານມາ ເຫັນວ່າສັງຄົມ ແລະ ຜູ້ຄົນສ່ວນໃຫຍ່ ໂດຍສະ ເພາະໄວໜຸ່ມ ຍັງບໍ່ທັນໄດ້ເຂົ້າຫາບັນຫານີ້ຢ່າງທົ່ວເຖິງ ສ່ວນໃຫຍ່ຍັງເປັນພຽງກຸ່ມຂອງຜູ້ສູງອາຍຸ ໂດຍສະ ເພາະ ໃນເຂດຫ່າງໄກສອກຫຼີກ ກ່ຽວກັບບັນຫານີ້ ຍັງມີສິ່ງທ້າທາຍຫຼາຍຢ່າງທີ່ຈະຕ້ອງສຸມໃສ່ແກ້ໄຂ.
ກອງປະຊຸມໃນຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ ປືກສາຫາລືກັນ ພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດ ດຳເນີນໄປຢ່າງມີປະສິດທິຜົນ ໃຫ້ທຸກຄົນໄດ້ມີໂອກາດເຂົ້າເຖິງ ໂດຍສະເພາະ ໄວໜຸ່ມລາວ ກໍຄືແມ່ຍິງ ແລະ ເດັກນ້ອຍຊົນເຜົ່າ.

# ຂ່າວ & ພາບ: ບຸນມີ