ທ່ານ ມານົບ ຕຣີລິດວິໄລ ຜູ້ອຳນວຍການໃຫຍ່ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອມະຫາຊົນ ໃຫ້ສຳພາດວັນທີ 2ກຸມພາ 2021 ວ່າ: ບໍລິສັດໄດ້ຮັບການສ້າງຕັ້ງຂຶ້ນປີ 2011 ມີສຳນັກງານໃຫຍ່ຕັ້ງຢູ່ຖະໜົນ ໄກສອນ ພົມວິານ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມີ 1 ສາຂາຢູ່ນະຄອນໄກສອນ ແລະ 1 ໜ່ວຍບໍລິການ ຢູ່ບ້ານດົງເຫັນ ເມືອງປະທຸມພອນ ແຂວງສະຫວັນນະເຂດ ແລະ ມີ 6 ຈຸດບໍລິການຊຳລະເງິນຢູ່ນະຄອນຫຼວງວຽງຈັນ ເຊິ່ງດຳເນີນທຸລະຫິດດ້ານເຊົ່າສິນເຊື່ອລົດຈັກ ແລະ ລົດໄຖນາເດີນຕາມ ປີ 2020 ວາງເປົ້າໝາຍປ່ອຍສິນເຊື່ອໃຫ້ລູກຄ້າ7.000 ລາຍ ແຕ່ປະຕິບັດໄດ້ 5.000 ກວ່າລາຍ ຍ້ອນພະຍາດໂຄວິດ.
ສຳລັບປີ 2021 ສືບຕໍ່ສູ້ຊົນເປົ້າໝາຍລູກຄ້າໃຫ້ໄດ້ 7.000 ລາຍ ແລະ ຂະຫຍາຍສາຂາໃຫ້ໄດ້ 2 ແຫ່ງ ພ້ອມທັງຈະສ້າງຜະລິດຕະພັນໃໝ່ຂຶ້ນມາເພື່ອບໍລິການໃຫ້ລູກຄ້າທີ່ມີຄວາມສະດວກສະບາຍຄື ຜະລິດຕະພັນຊື້ຂາຍລົດທາງໂທລະສັບມືຖື ດ້ວຍການສ້າງໂມບາຍເຄພີເຄເຊີນ ລູກຄ້າສາມາດເລືອກຊື້ລົດ ຍີ່ຫໍ້ລົດ ລາຄາລົດ ໄດ້ຕາມຮ້ານຂາຍລົດຕ່າງໆຢູ່ໂທລະສັບມືຖື ໂດຍບໍ່ຈຳເປັນຕ້ອງໄປເລາະຊອກຊື້ລົດຕາມຮ້ານຄືກັບຜ່ານມາ ທີ່ຕ້ອງເສຍເວລາ ນອກນີ້ ຍັງເປີດຮັບໃຫ້ລູກຄ້າປະກາດຂາຍລົດຕົນເອງທາງນີ້ຕື່ມອີກ ໂດຍບໍລິສັດຈະບໍ່ເກັບຄ່າບໍລິການ ພຽງແຕ່ລູກຄ້າຜູ້ຊື້ລົດບໍ່ມີພຽງພໍຈ່າຍສົດໃຫ້ເຈົ້າຂອງລົດ ກໍສາມາດພົວພັນທາງບໍລິສັດ ເພື່ອໃຫ້ບໍລິສັດຈ່າຍສົດໃຫ້ກ່ອນ ແລ້ວລູກຄ້າກໍມາຊຳລະຜ່ອນໃຫ້ບໍລິສັດແບບງ່າຍໆ ແລະ ການຊຳລະກໍມີຫຼາຍຊ່ອງທາງທີ່ທັນສະໄໝໃຫ້ເລືອກ.

# ຂ່າວ & ພາບ: ສົມສະຫວັນ