JDB ມອບລາງວັນລົດໃຫຍ່ໃຫ້ລູກຄ້າ

    ວັນທີ 5 ກຸມພາ 2021 ທະນາຄານຮ່ວມພັດທະນາ (JDB) ໄດ້ຈັດພິທີມອບລາງວັນໃຫຍ່ ຄື ລົດໂຕໂຢຕ້າແລນຄຣູເຊີ ໃຫ້ລູກຄ້າຜູ້ໂຊກດີ ທີ່ຝາກເງິນປະຈຳນຳທະນາຄານຮ່ວມພັດທະນາ ກ່າວມອບໂດຍທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ ມີຜູ້ບໍລິຫານລະດັບສູງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ສຳລັບລູກຄ້າຜູ້ໂຊກດີ ທີ່ເຂົ້າຮ່ວມໂຄງການຝາກປະຈຳ 5 ປີ ຂອງທະນາຄານຮ່ວມພັດທະນາ ແມ່ນທ່ານ ປະສິດແລະ ນາງ ແສງດາວ ວິລະລາດ ໄດ້ເປີດບັນຊີຮ່ວມກັນ (ເປັນສາມີ ແລະ ພັນລະຍາກັນ) ຢູ່ບ້ານໄຊຍະພູມ ນະຄອນໄກສອນ ແຂວງສະຫວັນນະເຂດ ເຊິ່ງໂຄງການນີ້ເລີ່ມມາແຕ່ປີ 2016 ແລະ ພິເສດ ປີ 2021 ຈະແຈກໂຊກໃຫ້ແກ່ລູກຄ້າ ໂຄງການຝາກເງິນມີກຳນົດປະຈຳ 5 ປີ ເປັນຄັ້ງສຸດທ້າຍ ໂດຍຈະແຈກລົດ ເລັກຊັສ ສະນັ້ນ ຈຶ່ງເຊີນຊວນລູກຄ້າເຂົ້າມາຝາກເງິນເພື່ອລຸ້ນຮັບໂຊກ ບໍ່ວ່າຈະເປັນລູກຄ້າເກົ່າ ແລະ ລູກຄ້າໃໝ່ກໍມີສິດ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!