ສໍາຜັດຄວາມງາມດອກຕາເວັນໄດ້ທີ່ຟາມພູຕາເວັນ

     ທ່ານ ທົງໄຊ ສີຄໍາຜ່ອງ ຜູ້ຈັດການຟາມພູຕາເວັນ ໃຫ້ສໍາພາດວັນທີ 8 ກຸມພາ 2021 ວ່າ: ປີ 2020 ຟາມພູຕາເວັນໄດ້ຮັບຜົນກະທົບຈາກການແຜ່ລະບາດເຊື້ອພະຍາດໂຄວິດ-19 ເນື່ອງຈາກວ່າໃນເດືອນມີນາ ຫາເດືອນເມສາ ປະເທດຂອງພວກເຮົາໄດ້ມີການລັອກດາວ ແລະ ຟາມໄດ້ປິດໃຫ້ບໍລິການໃນໄລຍະທີ່ດອກຕາເວັນກໍາລັງເບັ່ງບານຢ່າງສວຍງາມ ແລະ ພະນັກງານພາຍໃນຟາມບໍ່ມີວຽກເຮັດງານທໍາ ດັ່ງນັ້ນ ເພື່ອເປັນການຊ່ວຍເຫຼືອພະນັກງານ ແລະ ຜູ້ດ້ອຍໂອກາດ ເຈົ້າຂອງຟາມຈຶ່ງໄດ້ລິເລີ່ມປັບປຸງ ຕົບແຕ່່ງ ພ້ອມທັງຈັດສັນຟາມຄືນໃໝ່ໃຫ້ມີຄວາມໂດດເດັ່ນ ແລະ ສວຍງາມ ເຊິ່ງໄດ້ລິເລີ່ມແຕ່ເດືອນກັນຍາ 2020 ເປັນຕົ້ນມາ ມາຮອດເດືອນທັນວາ 2020 ໄດ້ລົງມືປູກດອກຕາເວັນໃນເນື້ອທີ່ 1 ເຮັກຕາ ໄປຄຽງຄູ່ກັບການປູກດອກໄມ້ນາໆຊາດປະດັບປະດາ ແລະ ວັນທີ 15 ມັງກອນ 2021 ໄດ້ເປີດຟາມໃຫ້ບໍລິການລູກຄ້າເຂົ້າທ່ຽວຊົມໂດຍບໍ່ເສຍຄ່າ ມາຮອດວັນທີ 20 ມັງກອນ 2021 ຈຶ່ງໄດ້ເກັບປີ້ເຂົ້າຊົມຄົນລະ 15.000 ກີບ ເພື່ອເປັນລາຍໄດ້ໃຫ້ພະນັກງານ ນອກຈາກນີ້ ຟາມພູຕາເວັນຍັງໄດ້ຈັດເຝິກອົບຮົມໃຫ້ພະນັກງານ ເປັນຕົ້ນ ການບໍລິການລູກຄ້າ ການປຸງແຕ່ງອາຫານ ການປູກຕົ້ນໄມ້ ແລະ ພືດຜັກຕ່າງໆ ພິເສດ ຜົນຜະລິດພືດຜັກຕ່າງໆທີ່ປູກພາຍໃນຟາມ ແມ່ນນໍາໃຊ້ໃນການປຸງແຕ່ງອາຫານໃຫ້ບໍລິການລູກຄ້າທີ່ມາໃຊ້ບໍລິການ ນອກນັ້ນ ຍັງໄດ້ນໍາຜົນຜະລິດໄປຈໍາໜ່າຍຢູ່ຕະຫຼາດບ້ານໄຮ່ ປາກງື່ມ ຕາມລາຄາທ້ອງຕະຫຼາດຕື່ມອີກ ປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານໃຫ້ນັບມື້ດີຂຶ້ນເປັນກ້າວໆ.

    ເນື່ອງຈາກການເປີດໃຫ້ບໍລິການຂອງຟາມພູຕາເວັນ ກໍາລັງຢູ່ໃນສະພາບເຝົ້າລະວັງການແຜ່ລະບາດເຊື້ອພະຍາດໂຄວິດ-19 ຟາມກໍໄດ້ມີລະບົບການປ້ອງກັນຢ່າງເຂັ້ມງວດ ໂດຍທຸກຄົນທີ່ຈະເຂົ້າໃນຟາມ ຕ້ອງໄດ້ມີການວັດແທກອຸນຫະພູມ ແລະ ຜ່ານຕູ້ຂ້າເຊື້ອອະນາໄມຮ່າງກາຍ ທີ່ໄດ້ຮັບການສະໜັບສະໜູນຈາກກຸ່ມບໍລິສັດ ພົງຊັບທະວີ ຈາກນັ້ນຖ່າຍຮູບຢູ່ໜ້າເຄົາເຕີ້ ທ່ຽວຊົມໂຄມໄຟ ຖ່າຍຮູບລົດມ້າ ທ່ຽວຊົມດອກໄມ້ນາໆຊາດ ທ່ຽວຊົມດອກຕາເວັນ ແລະ ທ່ຽວຊົມສັດນາໆຊະນິດຈໍານວນໜຶ່ງ ເປັນຕົ້ນ ໝູປ່າ ມ້າ ນົກກະຈອກເທດ ແລະ ກະຕ່າຍ ປັດຈຸບັນກໍາລັງສ້າງຄອກ ຄາດວ່າຈະໃຫ້ສໍາເລັດ ພ້ອມທັງນໍາສັດເຂົ້າມາໃນວັນທີ 14 ກຸມພາ 2021 ນອກນັ້ນ ມີພະສຸກຈໍາລອງໃຫ້ສັກກາບໄຫວ້ສັກກາລະບູຊາ ມີໂຊນແຄມປິ້ງ ໂດຍມີເຕັ້ນໃຫ້ເຊົ່າ 2 ຮູບແບບຄື: ເຕັ້ນນອນ 2 ຄົນ ລາຄາ 80 ພັນກີບຕໍ່ຄືນ ແລະ ເຕັ້ນນອນ 3 ຄົນ ລາຄາ 120.000 ກີບຕໍ່ຄືນ ມີລົດໄຟຟ້າໃຫ້ເຊົ່າຄັນໜຶ່ງ 20 ພັນກີບ ແລະ ລົດຖີບໃຫ້ເຊົ່າ 15 ພັນກີບຕໍ່ຄັນຕໍ່ມື້ ນອກນີ້ ຍັງມີອາຫານພື້ນບ້ານ ນໍ້າໝາກໄມ້ ແລະ ກາເຟ ທີ່ມີລາຄາເລີ່ມຕົ້ນແຕ່ 10 ພັນກີບຂຶ້ນໄປ. ຟາມດັ່ງກ່າວຢູ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄປຕາມເສັ້ນທາງເລກທີ 13 ໃຕ້ ຢູ່ຊາຍແດນນະຄອນ ຫຼວງວຽງຈັນ ແລະ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເຊິ່ງໄດ້ເປີດໃຫ້ບໍລິການເຂົ້າທ່ຽວຊົມທຸກມື້ ເລີ່ມແຕ່ເວລາ 7:00-18:00 ໂມງຂອງທຸກໆວັນ ປັດຈຸບັນ ດອກຕາເວັນຈະເລີ່ມເບັ່ງບານຢ່າງສວຍງາມ ແລະ ຈະເບັ່ງບານ ໄປຮອດວັນທີ 30 ເດືອນມີນາ 2021.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!