ວັນທີ 5 ກຸມພາ 2021 ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ເປັນປະທານຂອງທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ມີທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍຄະນະອຳນວຍການ ຫົວໜ້າສາຂາທົ່ວປະເທດ ບໍລິສັດລາວໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ ມາຮອດປັດຈຸບັນ ລາວໂທລະຄົມມີລູກຄ້າໂທລະສັບມືຖືໃນລະບົບ 1,4 ລ້ານເລກໝາຍ ໂທລະສັບຕັ້ງໂຕະ 31.000 ເລກໝາຍ ໂທລະສັບວິນໂຟນ 274.000 ເລກໝາຍ ແລະ ອິນເຕີເນັດ 1,2 ລ້ານລູກຄ້າ ປີ 2020 ສ້າງລາຍຮັບໄດ້ 1.758,4 ຕື້ກີບ ໃນນັ້ນ ກຳໄລສຸດທິ 197,5 ຕື້ກີບ ມອບພັນທະໃຫ້ລັດຖະບານ 308,4 ຕື້ກີບ ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ອົງການຈັດຕັ້ງພັກ-ລັດ 5,4 ຕື້ກີບ ຊຸກຍູ້ລັດຖະບານຕ້ານພະຍາດໂຄວິດ 2 ຕື້ກວ່າກີບ ແລະ ຊ່ວຍສັນຍານອິນເຕີເນັດສຳລັບກອງປະຊຸມທາງໄກ ໃຫ້ອົງການຈັດຕັ້ງພັກລັດ 7,9 ຕື້ກີບ.
ສຳລັບແຜນການປີ 2021 ລາວໂທລະຄົມຈະສູ້ຊົນສ້າງຖານລູກຄ້າໃໝ່ໃຫ້ເພີ່ມຂຶ້ນ 3 ລ້ານກວ່າເລກໝາຍ ແລະສ້າງລາຍຮັບໃຫ້ໄດ້ 1.833,3 ຕື້ກີບ ທຽບໃສ່ປີ 2020 ເພີ່ມຂຶ້ນ 4,2% ຄາດຄະເນກຳໄລສຸດທິໃຫ້ໄດ້ 292,3 ຕື້ກີບເພີ່ມຂຶ້ນ 47,9% ມອບພັນທະໃຫ້ລັດ 321,52 ຕື້ກີບ ແລະ ຈະລົງທຶນ 53,3 ລ້ານໂດລາສະຫະລັດ ເພື່ອປັບປຸງ ແລະຂະຫຍາຍເຄືອຂ່າຍການບໍລິການດ້ານໂທລະຄົມ.
# ຂ່າວ & ພາບ: ສົມສະຫວັນ