ປະກາດສ້າງຕັ້ງສະມາຄົມທຸລະກິດເຄື່ອງເຢັນ

    ພິທີເປີດໂຕສະມາຄົມທຸລະກິດເຄື່ອງເຢັນ ຈັດຂຶ້ນວັນທີ 5 ກຸມພາ 2021 ຢູ່ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ເຂັມພອນ ຈັນທະວອນ ປະທານສະມາຄົມທຸລະກິດເຄື່ອງເຢັນ ມີບັນດາຫົວໜ້າກະຊວງກ່ຽວຂ້ອງ ຄະນະສະມາຄົມ ແລະ ສະມາຊິກສະມຄົມເຂົ້າຮ່ວມ.

    ສະມາຄົມທຸລະກິດເຄື່ອງເຢັນ ສ້າງຕັ້ງຂຶ້ນເມື່ອວັນທີ 20 ມັງກອນ 2020 ໂດຍໄດ້ຮັບການອະນຸມັດຈາກກະຊວງພາຍໃນ ແລະ ການເຄື່ອນໄຫວວຽກງານຕ່າງໆພາຍໃຕ້ການຊີ້ນຳຂອງກົມຄວບຄຸມ ແລະ ຕີດຕາມ ກວດກາມົນລະພິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກົມພັດທະນາບໍລິຫານລັດ ກະຊວງພາຍໃນ ແລະການສ້າງຕັ້ງສະມາຄົມດັ່ງກ່າວຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການທຸລະກິດເຄື່ອງເຢັນທາງດ້ານວິຊາການ ແລະ ນາຍຊ່າງ ເພື່ອໃຫ້ຜູ້ບໍລິໂພກໄດ້ຮັບການບໍລິການ ແລະ ສິນຄ້າທີ່ມີຄຸນນະພາບ ລາຄາທີ່ເໝາະສົມ ຫຼຸດຜ່ອນການນຳເຂົ້ານັກວິຊາການ ແລະ ນາຍຊ່າງຈາກຕ່າງປະເທດ ເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນລາວ ໂດຍສະມາຄົມໄດ້ເຕົ້າໂຮມເອົາຜູ້ປະກອບການເຄື່ອງເຢັນ ບໍ່ວ່າຈະເປັນບັນດາຮ້ານແອ ຮ້ານເຄື່ອງເຢັນ ຮ້ານແອລົດ.ແລະ ອື່ນໆ ທີ່ເຮັດທຸລະກິດກ່ຽວກັບອຸປະກອນຄວາມເຢັນໃນຂອບເຂດທົ່ວປະເທດ.

​                           # ຂ່າວ & ພາບ: ສົມສະຫວັນ

error: Content is protected !!