foodpanda ລາວ ມອບອຸປະກອນການແພດໃຫ້ໂຮງໝໍຊຸມຊົນສັງທອງ

    ບໍລິສັດ Delivery Hero Lao ຫຼື ເປັນທີ່ຮູ້ຈັກກັນໃນນາມຟູດແພນດາ (foodpanda) ຮ່ວມກັບກຸ່ມແລ່ນເພື່ອນ້ອງ ຈັດກິດຈະກໍາແລ່ນຕາມເສັ້ນທາງສາຍຫຼັກ ຫາໂຮງໝໍຊຸມຊົນສັງທອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ໄລຍະທາງ 5 ກິໂລແມັດ ຂຶ້ນວັນທີ 6 ກຸມພາ 2021 ເຊິ່ງນໍາພາໂດຍທ່ານນາງ ທັນຍະລັດ ຈະເລີນສຸກ ຜູ້ອໍານວຍການບໍລິສັດ Delivery Hero Lao ແລະ ກຸ່ມແລ່ນເພື່ອນ້ອງ.

    ພາຍຫຼັງແລ່ນສໍາເລັດ ກໍໄດ້ມີພິທີມອບ-ຮັບອຸປະກອນການແພດໃຫ້ໂຮງໝໍຊຸມຊົນສັງທອງ ເຊິ່ງມອບໂດຍທ່ານນາງ ທັນຍະລັດ ຈະເລີນສຸກ ຜູ້ອໍານວຍການບໍລິສັດ Delivery Hero Lao ແລະ ຮັບໂດຍທ່ານນາງ ໄຊພອນ ແສງຈັນ ຫົວໜ້າຄະນະຈັດຕັ້ງເມືອງສັງທອງ ມີທ່ານ ໄຊຍະວົງ ດວງມະນີ ຕາງໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ທ່ານ ບຸນຮຽງ ດວງມາລາ ຫົວໜ້າຫ້ອງການສາທາ ລະນະສຸກເມືອງສັງທອງ ພ້ອມດ້ວຍບັນດາຫ້ອງການສາທາລະນະສຸກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ທັນຍະລັດ ຈະເລີນສຸກ ກ່າວວ່າ: foodpanda ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ຢູ່ຄຽງຂ້າງກັບຄົນລາວມາໄດ້ 1 ປີ ກວ່າແລ້ວ ເຊິ່ງໄລຍະຜ່ານມາ ພວກເຮົາໄດ້ເອົາໃຈໃສ່ ແລະ ພະຍາຍາມມອບຄວາມສະດວກສະບາຍໃຫ້ຄົນລາວ ໃນການສັ່ງອາຫານ ຫຼື ສິນຄ້າຕ່າງໆທີ່ມີຢູ່ໃນທ້ອງຕະຫຼາດ ຮອດເຮືອນລູກຄ້າໂດຍບໍ່ໄດ້ເສຍຄ່າສົ່ງໃດໆ ຜ່ານ foodpanda app ປັດຈຸບັນ foodpanda ໄດ້ຂະຫຍາຍທຸລະກິດໄປ 10 ແຂວງທົ່ວປະເທດ ແລະ ກຽມຈະຂະຫຍາຍໄປອີກ 2 ແຂວງໃນໄວໆນີ້ ຄື: ແຂວງສາລະວັນ ແລະ ແຂວງອັດຕະປື ສໍາລັບອຸປະກອນການແພດທີ່ນໍາມາມອບໃຫ້ໂຮງໝໍຊຸມຊົນສັງທອງ ຄັ້ງນີ້ ປະກອບມີຊຸດປະສູດ 8 ຊຸດ ຊຸດຜ່າຕັດນ້ອຍ 5 ຊຸດ ຕຽງປະສູດ ກວດພະຍາດພາຍໃນ ພ້ອມຂັ້ນໄດ 6 ຊຸດ ເຄື່ອງອົບໄຟຟ້າ 3 ຊຸດ ລວມມູນຄ່າ 56 ລ້ານກີບ.

​                           # ຂ່າວ & ພາບ: ສະບາໄພ

error: Content is protected !!