ສູນການສຶກສາມູ້ຫຼານ ເນັ້ນສົ່ງເສີມໃຫ້ຄວາມຮູ້ແກ່ເຍົາວະຊົນທາງດ້ານພາສາ ທັກສະ ເຕັກນິກໃນການພັດທະນາຕົນເອງ

    ສູນການສຶກສາມູ້ຫຼານ ຖືເອົາວຽກງານການສຶກສາເປັນບູລິມະສິດ ແລະ ນໍາໜ້າໃນການພະຍາຍາມສ້າງເດັກນ້ອຍ ເຍົາວະຊົນ ແລະ ຊາວໝຸ່ມລາວໃຫ້ມີຄວາມຮູ້ ຄວາມສາມາດທາງດ້ານພາສາ ໂດຍສະເພາະແມ່ນພາສາຈີນໃຫ້ຫຼາຍຂຶ້ນ ສ້າງໃຫ້ເຂົາເຈົ້າມີຄຸນສົມບັດ ສິນທໍາປະຕິວັດ ແລະ ເສີມທັກສະຄວາມຮູ້ໃນດ້ານເຕັກນິກການຕັດຕໍ່ສ້າງວີດີໂອ ແລະ ຂຽນບົດຄວາມສັ້ນຕ່າງໆທີ່ເປັນພາສາຈີນ ພ້ອມນີ້ກໍສ້າງໃຫ້ມີການຈັດກິດຈະກຳນອກສະຖານທີ່.

    ໃນວັນທີ 6 ກຸມພາ 2021 ໄດ້ຈັດພິທີເປີດສູນການສຶກສາມູ້ຫຼານຢ່າງເປັນທາງການ ຕັ້ງຢູ່ອາຄານ ເຄຊີ ບ້ານສີສະຫວາດ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ມີທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນກະຊວງການເງິນ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື່ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

    ທ່ານ ນາງ ປາວີນາ ອິນສີຊຽງໃໝ່ ຕາງໜ້າສູນການສຶກສາມູ້ຫຼານ ໄດ້ລາຍງານໂດຍຫຍໍ້ ສະພາບລວມ ແລະ ກິດຈະກຳການຮຽນ-ການສອນຂອງສູນມູ້ຫຼານ ວ່າ: ສູນການສຶກສາມູ້ຫຼານ ໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ມິຖຸນາ 2019 ແລະ ໄດ້ທົດລອງເປີດການຮຽນການສອນ ໃນວັນທີ 5 ມິຖຸນາ 2019 ມາເຖິງປັດຈຸບັນ ເປັນເວລາ 1 ປີກັບ 6 ເດືອນ ປັດຈຸບັນ ສູນການສຶກສານີ້ມີຫ້ອງຮຽນທັງໝົດ 8 ຫ້ອງ 6 ຊັ້ນຮຽນ ສົກຮຽນ 2019 ທີ່ຜ່ານມາ ມີນັກຮຽນໄດ້ທັງໝົດ 306 ເທື່ອຄົນ ໃນນັ້ນ ເປັນຍິງ 6 ຄົນ ແລະ ໃນປີ 2020 ມີນັກຮຽນທັງໝົດ 705 ເທື່ອຄົນ ມີຫ້ອງຮຽນສຳລັບເດັກອາຍຸ 4 – 8 ປີ ຈໍານວນ 4 ຫ້ອງ ຫ້ອງຮຽນແຕ່ລະດັບ HSK1 ຈົນເຖິງ HSK 5 ນອກນັ້ນ ຍັງມີຫ້ອງຮຽນພາສາຈີນສຳລັບພະນັກງານຈໍານວນ 1 ຫ້ອງ ມີນັກຮຽນທັງໝົດ 16 ຄົນ ເຊິ່ງເປັນພະນັກງານຂອງທະນາຄານການຄ້າຕ່າງປະເທດລາວມະຫາຊົນ ແລະ ສູນໄດ້ມີຈໍານວນພະນັກງານທັງໝົດ 18 ຄົນ ເປັນຄູສອນ 14 ຄົນ ພະນັກງານບໍລິຫານ 4 ຄົນ ມີຫ້ອງຮັບຕ້ອນຜູ້ປົກຄອງ ແລະ ນັກຮຽນ ຫ້ອງອ່ານ ຫ້ອງພັກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆແກ່ຄູອາຈານໄດ້ກະກຽມບົດສອນຕື່ມອີກ.

​                           # ຂ່າວ & ພາບ: ເພັດສະໝອນ

error: Content is protected !!