ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 7 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ: ມາຮອດເວລາ 6:00 ໂມງເຊົ້າຂອງວັນທີ 7 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 209 ປະເທດ ເພີ່ມຂຶ້ນ 1 ປະເທດຄື ປະເທດເຊົາທູມພິມຊິບ ກໍລະນີຜູ້ຕິດເຊື້ອພະຍາດ COVID-19 ມີ 1,3 ລ້ານກວ່າຄົນ (ເພີ່ມຂຶ້ນ 69,404 ຄົນ) ເສຍຊິວິດ 74.558 ຄົນ (ເພີ່ມຂຶ້ນ 5.134 ຄົນ) ແລະ ປີ່ນປົວຫາຍດີ 278.182 ຄົນ (ເພີ່ມຂຶ້ນ 15.965 ຄົນ) ພ້ອມນັ້ນ ມີບາງປະເທດຍັງມີການລາຍງານກໍລະນີຕິດເຊື້ອເພີ່ມຂຶ້ນ 27.393 ຄົນ ແລະ ມີກໍລະນີເສຍຊີວິດເພີ່ມຂຶ້ນ 1.176 ຄົນ ພາຍໃນ 1 ວັນ.

ສ່ວນການເຝົ້າລະວັງ COVID-19 ປະຈຳດ່ານໃນ ສປປ ລາວ ຮອດເວລາ 17:00 ໂມງຂອງວັນທີ 6 ເມສາ 2020 ຕາມດ່ານຊາຍແດນ ແລະ ສະໜາມບິນສາກົນ ວຽກງານຈຸດຜ່ານດ່ານ ມີຈຳນວນຜູ້ເດີນທາງເຂົ້າມາທັງໝົດ 1.653 ຄົນ ຈຳນວນຜູ້ເດີນທາງຜ່ານທາງດ່ານລາວ-ໄທ ທັງໝົດ 943 ຄົນ ລາວ-ຈີນ 318 ຄົນ ລາວ-ຫວຽດນາມ 588 ຄົນ ແລະ ຈຳນວນດັ່ງກ່າວບໍ່ພົບຜູ້ມີອາການໄຂ້.
ສຳລັບການເຝົ້າລະວັງ ແລະ ວິເຄາະ ມາຮອດວັນທີ 6 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດ 73 ຄົນ ໃນນີ້ ນະຄອນຫຼວງວຽງຈັນ 59 ຄົນ ແລະ ຕ່າງແຂວງ 14 ຄົນ ທັງໝົດໄດ້ເກັບຕົວຢ່າງ ແລະ ສາມາດກວດພົບເຫັນເຊື້ອ 2 ກໍລະນີ ເຊິ່ງຜູ້ທີ 1 ກໍລະນີທີ 13 ເປັນເພດຊາຍອາຍຸ 40 ປີ ເປັນພະນັກງານ ບໍລິສັດ ພູເບ້ຍມາຍນິງ ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ຜູ້ກ່ຽວໄດ້ພົວພັນກັບກໍລະນີຜູ້ຕິດເຊື້ອທີ 11 (ພະນັກງານບໍລິສັດພູເບ້ຍມາຍນິງ) ສ່ວນຜູ້ທີ 2 ກໍລະນີທີ 14 ເປັນເພດຍິງອາຍຸ 19 ປີ ນັກສຶກສາລາວຮຽນຢູ່ປະເທດອັງກິດ ປັດຈຸບັນຢູ່ບ້ານ ຊ້າງຄູ້ ເມືອງໄຊທານີ ນວ ປະຫວັດການເດີນທາງ ວັນທີ 22 ມີນາ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດອັງກິດ ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ປະເທດໄທ ດ້ວຍຖ້ຽວບິນ TG 574 ແລະ ຮອດສະໜາມບິນວັດໄຕໃນວັນດຽວກັນ (ຖ້ຽວບິນດຽວກັບກໍລະນີ 11 ແລະ 12) ພາຍຫຼັງມາຮອດ ສປປ ລາວ ຕົນເອງໄດ້ກັກໂຕຢູ່ເຮືອນ ວັນທີ 5 ເມສາ ຜູ້ກ່ຽວໄດ້ຮັບຂ່າວວ່າໝູ່ທີ່ມານຳຕິດເຊື້ອ (ຜູ້ທີ 12) ແຕ່ວ່າຕົນເອງບໍ່ສະແດງອາການ ເພື່ອສະບາຍໃຈ ຈຶ່ງຟ້າວໄປກວດຢູ່ໂຮງໝໍມິດຕະພາບ ຈາກນັ້ນ ຈຶ່ງພົບວ່າຕົນເອງຕິດເຊື້ອ COVID-19 ເຊິ່ງປັດຈຸບັນ ທັງສອງກໍລະນີແມ່ນໄດ້ນອນປິ່ນປົວແຍກປ່ຽວຢູ່ໂຮງໝໍມິດຕະພາບ ພ້ອມຄະນະສະເພາະກິດ ຍັງຈະໄດ້ສືບນຳເອົາຜູ້ສຳຜັດໃກ້ກັບກໍລະນີຕິດເຊື້ອດັ່ງກ່າວ ມາຕິດຕາມອາການທັງໝົດ 70 ຄົນຕື່ມອີກ.