
ທ່ານ ນາງ ຈັນເພັງ ສໍພາບມີໄຊ ເລຂາພັກບ້ານ ນາຍບ້ານນາໄຊ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໃຫ້ສຳພາດວັນທີ 7 ເມສາ 2020 ວ່າ: ນັບແຕ່ໄດ້ຮັບຄຳສັ່ງເລກທີ 06/ນຍ ລົງວັນທີ 31 ມີນາ 2020 ແລະ ແຈ້ງການຂອງຫ້ອງການປົກຄອງເມືອງໄຊເສດຖາ ສະບັບເລກທີ 035/ຫວກ.ຊຖ ລົງວັນທີ 30 ມີນາ 2020 ແລະ ອີງຕາມກອງປະຊຸມຄົ້ນຄວ້າຄະນະໜ່ວຍພັກ ອຳນາດການປົກຄອງບ້ານ ວັນທີ 31 ມີນາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຕ້ານ ສະກັດກັ້ນ ເພີ່ມທະວີ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ອຳນາດການປົກຄອງບ້ານນາໄຊ ກໍໄດ້ແຕ່ງຕັ້ງຄະນະສະເພາະກິດຂອງບ້ານຂຶ້ນ ໂດຍແບ່ງເປັນ 3 ຈຸລົງເຄື່ອນໄຫວກວດກາ ລາດຕະເວນຕາມຮ້ານອາຫານ ຮ້ານອິນເຕີເນັດ ແລະ ຮ້ານຂາຍເຄື່ອງຍ່ອຍພາຍໃນບ້ານ ພ້ອມທັງເຮັດບົດບັນທຶກໃຫ້ເຂັ້ມງວດໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ສະເພາະຮ້ານອາຫານຕາມສັ່ງ ໄດ້ແນະນຳໃຫ້ເພີ່ມມາດຕະການປ້ອງກັນ ໂດຍບໍ່ໃຫ້ມີໂຕະຕັ່ງພາຍໃນຮ້ານ ເວລາລູກຄ້າມາຊື້ຕ້ອງໃສ່ຖົງໃຫ້ເມືອກິນຢູ່ເຮືອນ ນອກນີ້ໄດ້ແຈກຢາຍຄຳສັ່ງຂອງຂັ້ນເທິງ ໃຫ້ຫົວໜ້າໜ່ວຍເອົາໄປເຜີຍແຜ່ໃຫ້ແຕ່ລະຄົວເຮືອນ ແລະ ໄດ້ປະກາດຜ່ານໂທລະໂຄ່ງ ກ່ຽວກັບຜົນຮ້າຍ ແລະ ວິທີການປ້ອງກັນຕົນເອງ ແລະ ຄົນອື່ນຈາກພະຍາດໂຄວິດ-19 ມື້ລະສອງຄັ້ງ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້ ເຂົ້າໃຈ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ສ່ວນຜູ້ທີ່ມາພົວພັນວຽກງານພາຍໃນຫ້ອງການປົກຄອງບ້ານ ພວກເຮົາກໍໄດ້ມີມາດຕະການປ້ອງກັນຄື ໃຫ້ໃສ່ຜ້າອັດປາກ-ອັດດັງ ແລະ ລ້າງມືດ້ວຍເຈວລ້າງມືທຸກຄັ້ງ.
ບ້ານນາໄຊ ປະກອບມີ 41 ໜ່ວຍ 531 ຫຼັງຄາເຮືອນ 304 ຄອບຄົວ ມີພົນລະເມືອງ 1.951 ຄົນ ຍິງ 1.020 ຄົນ ເຊິ່ງເລີ່ມແຕ່ທ້າຍເດືອນມີນາເປັນຕົ້ນມາ ບ້ານດັ່ງກ່າວມີແຮງງານກັບຈາກຕ່າງປະເທດ 1 ຄົນ ໄດ້ເອົາໄປກັກໂຕ 14 ມື້ຕາມແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ຢູ່ສູນໂຮງຮຽນມັດທະຍົມສຶກສາສົມບູນນາຄວາຍ ແລະ ນັກສຶກສາກັບຈາກປະເທດອັງກິດ 1 ຄົນ ເປັນເພດຍິງອາຍຸ 20 ປີ ໃນນີ້ພາຍຫຼັງທີ່ຮອດເດີ່ນບິນ ຄອບຄົວໄດ້ເອົາຜູ້ກ່ຽວໄປກັກໂຕຢູ່ທີ່ເຮືອນສວນຂອງຜູ້ກ່ຽວ ໂດຍອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ແມ່ນຜູ້ກ່ຽວໄດ້ຕິດເຊື້ອພະຍາດດັ່ງກ່າວ ແລະ ໄດ້ເຂົ້າປິ່ນປົວທີ່ໂຮງໝໍມິດຕະພາບ 150 ຕຽງ.

ເຖິງຢ່າງໃດກໍຕາມ ອຳນາດການປົກຄອງບ້ານຂອງພວກເຮົາ ແມ່ນໄດ້ເອົາໃຈໃສ່ປະຕິບັດຄຳສັ່ງເລກທີ 06/ນຍ ແລະ ແຈ້ງການຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ ພາຍຫຼັງທີ່ບ້ານຂອງພວກເຮົາໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ອຳນາດການປົກຄອງບ້ານຈະໄດ້ເພີ່ມມາດຕະການຂຶ້ນຕື່ມອີກ ໂດຍການໂຄສະນາຜ່ານໂທລະໂຄ່ງບ້ານເລື້ອຍໆເປັນແຕ່ລະຊົ່ວໂມງ ແຕ່ລະໄລຍະ ເພື່ອໃຫ້ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວ ແລະ ປ້ອງກັນຕົນເອງຂື້ນຕື່ມອີກ ເຊິ່ງບ້ານນາໄຊໄດ້ຕິດຕັ້ງໂທລະໂຄ່ງກວມ 70-80% ນອກນີ້ແລ້ວຍັງໄດ້ອະນາໄມປັດກວາດ ພ້ອມທັງສີດຢາຂ້າເຊື້ອພາຍໃນຫ້ອງການບ້ານອີກດ້ວຍ.