
ທ່ານ ພອນໄຊ ໄຊຍະພອນ ຜູ້ຈັດການຮ້ານຄ້າເຈມາກ ຊຸບເປີມາກເກັດ ສາຂາດົງໂດກ ໃຫ້ສຳພາດວັນທີ 7 ເມສາ 2020 ວ່າ: ຮ້ານຄ້າເຈມາກ ຊຸບເປີມາກເກັດ ຢູ່ນະຄອນຫຼວງວຽງຈັນ ມີທັງໝົດ 4 ສາຂາ ຄື ສາຂາດົງໂດກ ໂພນເຄັງ ທາດຫຼວງ ແລະ ໂພນຕ້ອງ ເຊິ່ງນັບຕັ້ງແຕ່ມີການລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ແມ່ນໄດ້ເປີດໃຫ້ບໍລິການກັບລູກຄ້າເປັນປົກກະຕິເລີ່ມແຕ່ 9:00 ໂມງເຊົ້າ ຫາ 19:00 ໂມງແລງ ໂດຍໄດ້ໃຊ້ມາດຕະການປ້ອງກັນຢ່າງເຂັ້ມງວດ ເປັນຕົ້ນ ແນະນຳໃຫ້ລູກຄ້າໃສ່ຜ້າອັດປາກ-ອັດດັງ ລ້າງມື້ດ້ວຍເຈວລ້າງມືທີ່ປະສົມທາດເຫຼົ້າ ແລະ ວັດແທກອຸນຫະພູມຄັດແຍກຫາຜູ້ຕິດເຊື້ອພະຍາດໂຄວິດ-19 ພ້ອມນັ້ນ ໃນຈຳນວນ 4 ສາຂາຈະໄດ້ຜັດປ່ຽນກັນໃຫ້ບໍລິການ ເຊິ່ງຈະໄດ້ປິດ 3 ມື້ເພື່ອກວດການັບເຄື່ອງ ແລະ ສີດນ້ຳຢາຂ້າເຊື້ອ.

ທ່ານ ນາງ ປຣະພາວະດີ ກຸວະສານ ຜູ້ອຳນວຍການໃຫຍ່ເອັມພອຍມາກ (ມິນິບິກຊີ) ໃຫ້ຮູ້ຕື່ມອີກວ່າ: ມິນິບິກຊີຢູ່ນະຄອນຫຼວງວຽງຈັນ ມີທັງໝົດ 44 ສາຂາ ໃນນີ້ໄດ້ເປີດໃຫ້ບໍລິການເປັນປົກກະຕິ ເລີ່ມແຕ່ເວລາ 6:00 ເຊົ້າ ຫາ 24:00 ໂມງກາງຄືນ ຍົກເວັ້ນສາຂາດົງນາໂຊກແມ່ນເປີດໃຫ້ບໍລິການ 6:00 ໂມງເຊົ້າ ຫາ21:00 ໂມງກາງຄືນ ເນື່ອງວ່າທາງບ້ານມີຄວາມຫຍຸ້ງຍາກໃນການຮັກສາຄວາມປອດໄພ ເຊິ່ງແຕ່ລະສາຂາແມ່ນມີສິນຄ້າທີ່ເປັນປັດໃຈພື້ນຖານຄົບຊຸດ ແລະ ລາຄາກໍມີການປັບຂຶ້ນເລັກໜ້ອຍ ບາງລາຍການ ບໍ່ມີຜົນກະທົບຕໍ່ຜູ້ບໍລິໂພກ ພ້ອມນັ້ນກໍໄດ້ເພີ່ມມາດຕະການປ້ອງກັນ ໃຫ້ພະນັກງານທຸກຄົນມີວິໄນໃນການປ້ອງກັນຕົນເອງເຊັ່ນ ໃສ່ຜ້າອັດປາກ-ອັດດັງ ໝັ່ນລ້າງມືດ້ວຍສະບູ ຫຼືເຈວລ້າງມື ວັດແທກອຸນຫະພູມ ພ້ອມນັ້ນໃຫ້ຈັດໄລຍະຫ່າງລະຫວ່າງພະນັກງານ ແລະ ລູກຄ້າ ໂດຍລວມເຫັນວ່າໄດ້ຮັບການຮ່ວມມືເປັນຢ່າງດີ ນອກນີ້ຍັງຢືນຢັນຕໍ່ລູກຄ້າໃຫ້ຄວາມໝັ້ນໃຈຕໍ່ສິນຄ້າພາຍໃນມິນິບິກຊີ ຈະມີພຽງພໍ ແລະ ລາຄາຈະມີຄວາມຍຸຕິທຳຕໍ່ລູກຄ້າຢ່າງແນ່ນອນ.