ເຈົ້າຄອງລົງຊຸກຍູ້ ແລະ ໃຫ້ທິດຊີ້ນໍາຄະນະຄົ້ນຄວ້າສ້າງຕັ້ງເມືອງໃໝ່ຢູ່ຈຸດ ນາໂງມ-ນາຕານ

    ວັນທີ 5 ກຸມພາ 2021 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມພະແນກການກ່ຽວຂ້ອງ ລົງຕິດຕາມ ຊຸກຍູ້ ແລະ ໃຫ້ທິດຊີ້ນໍາຄະນະຄົ້ນຄວ້າສ້າງຕັ້ງເມືອງໃໝ່ຢູ່ຈຸດນາໂງມ-ນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ ມສ ພວງໄຊ ບ້ານນາໂງມໃໝ່ ຖືກຕ້ອນຮັບຈາກທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີບັນດາຄະນະຄົ້ນຄວ້າສ້າງຕັ້ງເມືອງໃໝ່ ອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

    ທ່ານ ນາງ ດໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບສ້າງຕັ້ງເມືອງໃໝ່ຢູ່ຈຸດນາໂງມ-ນາຕານ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານໃຫ້ຮູ້ກ່ຽວກັບການຈັດຕັ້ງປະຕິບັດຄວາມຄືບໜ້າການສໍາຫຼວດ ແລະ ເກັບກໍາຂໍ້ມູນເທສະບານເມືອງໃໝ່ ນັບແຕ່ເດືອນມິຖຸນາ 2018 ມາເຖິງປັດຈຸບັນຢ່າງຕັ້ງໜ້າ ໃນນີ້ ພົ້ນເດັ່ນ ປັດຈຸບັນກໍາລັງດໍາເນີນການກະກຽມປຸກສ້າງຫ້ອງການພາກສະໜາມຂອງເຂດຈຸດສຸມນາໂງມ-ນາຕານ ໂດຍກໍານົດເອົາຈຸດບໍລິເວນເປົ່າຫວ່າງຂອງໂຮງຮຽນ ມສ ພວງໄຊ ເນື້ອທີ່ 15.846 ຕາແມັດ ເຊິ່ງມີແຜນກໍ່ສ້າງໃຫ້ສໍາເລັດໃນປີ 2021 ນີ້ ນອກນີ້ ຄະນະຮັບຜິດຊອບສ້າງເມືອງໃໝ່ຍັງໄດ້ສະເໜີ 3 ບັນຫາຄື: ຂໍອອກຂໍ້ຕົກລົງຮັບຮອງບັນດາບ້ານທີ່ນອນຢູ່ໃນຈຸດສຸມນາໂງມ-ນາຕານ ຂໍອອກຂໍ້ຕົກລົງຮັບຮອງເອົາຈຸດພື້ນທີ່ຈະສ້າງເປັນສໍານັກງານປົກຄອງໃໝ່ ແລະ ຂໍພະນັກງານໃນແຕ່ລະຂະແໜງການລົງຊ່ວຍ ດ້ວຍຮູບການຫັນລົງກໍ່ສ້າງຮາກຖານ.

    ໃນໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນໄດ້ມີຄໍາເຫັນໃຫ້ທິດຊີ້ນໍາ ເຊິ່ງໄດ້ຍ້ອງຍໍຊົມເຊີຍເຖິງຄວາມຄືບໜ້າ ຜົນສໍາເລັດເບື້ອງຕົ້ນຂອງການຈັດຕັ້ງປະຕິບັດວຽກງານໃນການພັດທະນາ ແລະ ສ້າງຕົວເມືອງໃໝ່ທີ່ເປັນຮູບເປັນຮ່າງ ສະແດງໃຫ້ເຫັນການມີສ່ວນຮ່ວມຂອງປະຊາຊົນທີ່ຢາກສ້າງສາພັດທະນາ ຂະຫຍາຍພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນໃຫ້ເຕີບໃຫຍ່ເຂັ້ມແຂງ ແຕ່ການຈັດຕັ້ງປະຕິບັດກໍຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຕ້ອງໄດ້ຮີບຮ້ອນໃຫ້ທຸກຂະແໜງການມີສ່ວນຮ່ວມ ໃນການສ້າງເມືອງໃໝ່ແຫ່ງນີ້ໃຫ້ສໍາເລັດໂດຍໄວ ຮັບປະກັນໄປຕາມແຜນຍຸດທະສາດ ໂດຍໜູນໃຊ້ທ່າແຮງພູມສັນຖານໃຫ້ເກີດປະໂຫຍດ ເພື່ອເຮັດໃຫ້ເຂດຊານເມືອງກາຍເປັນຕົວເມືອງໃໝ່ທີ່ມີຄວາມສີວິໄລ ກາຍເປັນເມືອງທີ 10 ຂອງນະຄອນຫຼວງວຽງຈັນ ນອກນັ້ນ ທ່ານເຈົ້າຄອງນະຄອນຫຼວງວຽງຈັນຍັງໄດ້ເປີດໂອກາດໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມຄັ້ງນີ້ ໄດ້ແລກປ່ຽນຄໍາຄິດຄໍາເຫັນໃນ 3 ຂໍ້ສະເໜີ ແລະ ບັນຫາຕ່າງໆທີ່ຈະນໍາໄປສູ່ການສ້າງເມືອງໃໝ່ໃຫ້ສໍາເລັດຕາມລະດັບຄາດໝາຍ.

    ຕອນທ້າຍ ທ່ານ ສິນລະວົງ ຄຸດໄພທູນ ໄດ້ມອບປຶ້ມວາລະສານ ນວ ແລະ ປຶ້ມນິຕິກໍາຈໍານວນໜຶ່ງໃຫ້ກັບອໍານາດການປົກຄອງທີ່ເຂົ້າຮ່ວມໃນຄັ້ງນີ້ຕື່ມອີກ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!