ກອງປະຊຸມສະຫຼຸບວຽກງານແຜນການ-ການລົງທຶນ ແລະ ການເງິນປະຈຳປີ 2020 ແລະ ທິດທາງ ແຜນການປະຈຳປີ 2021 ຈັດຂຶ້ນວັນທີ 5 ກຸມພາ 2021 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຮ່ວມເປັນປະທານ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເປັນກຽດ ເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ປະທານອົງການທຽບເທົ່າຂັ້ນສູນກາງ ເຈົ້າແຂວງ ຫົວໜ້າກົມ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ຂະແໜງການເງິນທົ່ວປະເທດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ລົງເລິກໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໄລຍະ 2016-2020 ແລະ ປຶກສາຫາລືກ່ຽວກັບທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ແລະ ທິດຈຸດສຸມໃນປີ 2021 ສະຫຼຸບຕີລາຄາການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ແລະ ຄຳສັ່ງເລກທີ 03/ນຍ ແລະ ຫົວຂໍ້ວິຊາສະເພາະ ຕິດພັນກັບພາລະບົດບາດຂອງຂະແໜງ ແຜນການ ແລະ ການລົງທຶນ ສຳລັບກອງປະຊຸມຂະແໜງການເງິນ ກໍໄດ້ລົງເລິກຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ເພື່ອຖອດຖອນບົດຮຽນທັງຈຸດດີ ແລະ ຈຸດອ່ອນ ແລະ ປຶກສາຫາລືກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດໃນປີ 2021.
# ຂ່າວ & ພາບ: ຊິລິການດາ