ສະຫະພັນກໍາມະບານເມືອງນາຊາຍທອງ ຈັດພິທີປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 65 ປີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານນະຄອນຫຼວງວຽງຈັນ ຄັ້ງທີ VIII ແລະ ສະຫຼຸບວຽກງານກໍາມະບານ ປະຈໍາປີ 2020 ຂອງສະຫະພັນກໍາມະບານເມືອງນາຊາຍທອງ ຂຶ້ນວັນທີ 5 ກຸມພາ 2021 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ອຸດົມ ສີລາເພັດ ຮອງປະທານສະຫະພັນກໍາມະບານ ນະຄອນຫຼວງວຽງຈັນ ພ້ອມດ້ວຍປະທານ-ຮອງປະທານຮາກຖານກໍາມະບານ ແລະ ສະມາຊິກທົ່ວເມືອງ.
ທ່ານ ນາງ ແກ້ວມະນີ ແກ່ນປະເສີດ ປະທານສະຫະພັນກໍາມະບານເມືອງນາຊາຍທອງ ຂຶ້ນຜ່ານບົດສະຫຼຸບປະຈໍາປີ 2020 ແລະ ທິດທາງແຜນການປີ 2021 ໃຫ້ຮູ້ບາງຕອນວ່າ: ເພື່ອຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວວາງອອກ ສະຫະພັນກໍາມະບານເມືອງນາຊາຍທອງໄດ້ກໍານົດເອົາບົດແນະນໍາການຈັດຕັ້ງປະເມີນຜົນໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ລົງຈັດຕັ້ງປະຕິບັດເຊື່ອມຊຶມເພື່ອໃຫ້ເປັນເອກະພາບ ໃນການເຄື່ອນໄຫວຕີລາຄາປະເມີນຜົນຢູ່ຮາກຖານໂຮງຮຽນ ແລະ ຮາກຖານກໍາມະບານອ້ອມຂ້າງສໍາເລັດທົ່ວເມືອງ ພ້ອມນັ້ນ ຍັງໄດ້ກວດກາຕີລາຄາປະເມີນຜົນ 5 ເປັນເຈົ້າ ປະຈໍາປີ 2020 ສໍາລັບຮາກຖານທີ່ໄດ້ຮັບຮອງ 5 ເປັນເຈົ້າ ໄດ້ທັງໝົດ 35 ຮາກຖານ ສ່ວນອີກ 7 ຮາກຖານແມ່ນບໍ່ໄດ້ປະເມີນຜົນ ແລະ ຮັບຮອງ 5 ເປັນເຈົ້າ ເນື່ອງຈາກເປັນຮາກຖານສ້າງຕັ້ງໃໝ່ ແລະ ເພື່ອເປັນການຢັ້ງຢືນເຖິງຜົນງານກໍາມະບານເມືອງນາຊາຍທອງ ໃນພິທີຄັ້ງນີ້ ໄດ້ມອບໃບຮັບຮອງກໍາມະບານ 5 ເປັນເຈົ້າ ໃຫ້ກໍາມະບານເມືອງ ໃຫ້ກຽດມອບໂດຍທ່ານ ອຸດົມ ສີລາເພັດ ແລະ ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ແຕ່ລະຮາກຖານກໍາມະບານ ໃຫ້ກຽດມອບແມ່ນທ່ານ ນາງ ແກ້ວມະນີ ແກ່ນປະເສີດ.
ໃນໂອກາດດັ່ງກ່າວ ທ່ານ ອຸດົມ ສີລາເພັດ ໃຫ້ກຽດປາຖະກະຖາວັນສ້າງຕັ້ງກໍາມະບານລາວ ຄົບຮອບ 65 ປີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານນະຄອນຫຼວງວຽງຈັນ ຄັ້ງທີ VIII ທັງນີ້ກໍເພື່ອເຮັດໃຫ້ສະມາຊິກໍາມະບານ ກໍາມະກອນ ແລະ ຊາວຜູ້ອອກແຮງງານທົ່ວເມືອງໄດ້ຮັບຮູ້ເຂົ້າໃຈແຈ້ງ ເລິກເຊິ່ງ ກ່ຽວກັບຄວາມສໍາຄັນຂອງວັນດັ່ງກ່າວ.

# ຂ່າວ & ພາບ: ວຽງມາ