ໃນວັນທີ 5 ກຸມພາ 2021 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ໄຂກອງປະຊຸມຂັ້ນສູງສາມຝ່າຍ ຮັບຮອງຜົນການຄົ້ນຄວ້າສົນທິສັນຍາແຮງງານສາກົນ ສະບັບເລກທີ 155 ແລະ 187 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອສະເໜີໃຫ້ສັດຕະຍາບັນ ຈັດຂຶ້ນໂດຍເປັນປະທານຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີທ່ານ ວິໄລ ວົງຂະເສີມ ຮອງປະທານສູນກາງສະຫະພັນກຳມະບານລາວ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຫົວໜ້າກົມ ຮອງກົມ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີຜົນການຄົ້ນຄວ້າເນື້ອໃນສົນທິສັນຍາແຮງງານສາກົນສະບັບເລກທີ 155 ແລະ 187 ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອສະເໜີໃຫ້ສັດຕະຍາບັນຈາກຄະນະຮັບຜິດຊອບ ຫຼັງຈາກນັ້ນກໍໄດ້ປຶກສາຫາລື ປະກອບຄຳຄິດເຫັນໃສ່ບົດຄົ້ນຄວ້າດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນສອດຄ່ອງກັບການນຳໃຊ້ຕົວຈິງ ຈາກນັ້ນ ໃນກອງປະຊຸມໄດ້ເຫັນດີຮັບຮອງເອົາບົດຄົ້ນຄ້ວາເນື້ອໃນຂອງສົນທິສັນຍາແຮງງານດັ່ງກ່າວ ຫຼັງຈາກນັ້ນ ກະຊວງແຮງງານ ແລະ ສະຫັວດດີການ-ສັງຄົມ ໃນນາມລັດຖະບານ ຈະນຳເອົາບົດຄົ້ນຄວ້າດັ່ງກ່າວໄປສະເໜີຕໍ່ຂັ້ນເທິງສືບຕໍ່ພິຈາລະນາ ຈົນນຳໄປສູ່ການໃຫ້ສັດຕະຍາບັນຕາມຄວາມເໝາະສົມ.
ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ການໃຫ້ສັດຕະຍາບັນແກ່ສົນທິສັນຍາແຮງງານ ເລກທີ 155 ແລະ 187 ຂອງ ສປປ ລາວ ແມ່ນຈະເປັນບ່ອນອີງໃຫ້ແກ່ລັດຖະບານ ໃນການສ້າງກົດໝາຍວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະ ໃນໄລຍະການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຍິ່ງມີຄວາມສໍາຄັນຫຼາຍຕໍ່ການສ້າງກົດໝາຍ ແລະ ລະບຽບການດ້ານຄວາມປອດໄພ ແລະ ສຸຂະພາບແຮງງານ ເພື່ອຊຸກຍູ້ ສົ່ງເສີມຫົວໜ່ວຍແຮງງານ ໃນການປັບປຸງສະພາບແວດລ້ອມໃນສະຖານທີ່ເຮັດວຽກໃຫ້ມີຄວາມປອດໄພ ຫຍັບເຂົ້າໃກ້ກັບມາດຕະຖານຂອງສາກົນເທື່ອລະກ້າວ ພ້ອມທັງເປັນການຫຼຸດຜ່ອນການເກີດອຸບັດເຫດແຮງງານ ແລະ ພະຍາດອາຊີບ ຫຼຸດຜ່ອນການໄດ້ຮັບບາດເຈັບຕ່າງໆຍ້ອນສະພາບແວດລ້ອມໃນການເຮັດວຽກທີ່ບໍ່ປອດໄພ ນອກນັ້ນ ກໍເພື່ອຍົກສູງໃນການຜະລິດ ເພີ່ມການສົ່ງອອກໃຫ້ໄດ້ຫຼາຍຂຶ້ນ ສາມາດຮອງຮັບນັກລົງທຶນລາຍໃຫຍ່ຈາກຕ່າງປະເທດໃຫ້ຫຼາຍຂຶ້ນ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເປັນກ້າວໆ ປັດຈຸບັນ ມີ 69 ປະເທດທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາແຮງງານສາກົນເລກທີ 155.
# ຂ່າວ & ພາບ: ເພັດສະໝອນ