ກອງປະຊຸມທົບທວນ ແລະ ປຶກສາຫາລືໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ຈັດຂຶ້ນວັນທີ 4 ກຸມພາ 2021 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກີລາ (ສສກ) ເປັນປະທານຂອງທ່ານ ອ່ອນແກ້ວ ນວນນະວົງ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ທ່ານນາງ ແອນນາ ດາເອຊັນ ເລຂາເອກ ສະຖານທູດອົດສະຕຣາລີປະຈໍາລາວ ມີຜູ້ຕາງໜ້າຈາກກົມກອງອ້ອມຂ້າງກະຊວງ ສສກ ທີມງານນັກຂຽນຫຼັກສູດຈາກວິທະຍາໄລສ້າງຄູ 8 ແຫ່ງ ພະແນກສຶກສາທິການ ແລະ ກີລາແຂວງ ນະຄອນຫຼວງ ພະນັກງານຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ອ່ອນແກ້ວ ນວນນະວົງ ລາຍງານຕໍ່ກອງປະຊຸມຄັ້ງນີ້ວ່າ: ກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນຄວາມຄືບໜ້າ ແລະ ແລກປ່ຽນຄວາມຄິດເຫັນໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ1 ທີ່ໄດ້ເລີ້ມຕົ້ນ 2 ປີຜ່ານມາ ແຕ່ເດືອນກັນຍາ 2019 ແລະ ໄດ້ສືບຕໍ່ນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ2 ໃນເດືອນກັນຍາ 2020 ສຳລັບການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ3 ກຳລັງດຳເນີນການຢູ່ໃນຂັ້ນສຸດທ້າຍ ເພື່ອກຽມນຳໄປຈັດຕັ້ງປະຕິບັດໃນສົກຮຽນໜ້າ ພ້ອມດຽວກັນນີ້ ໄດ້ດຳເນີນການວາງແຜນ ແລະ ການຂຽນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ4 ແລະ ຂັ້ນ ປ5 ໃນທ້າຍເດືອນມັງກອນ 2020 ຜ່ານມາ ເພື່ອການພັດທະນາຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ4 ປ5 ເຊັ່ນດຽວກັນກັບວິທີການຊຸກຍູ້ຊ່ວຍເຫຼືອ ແລະ ຈັດຕັ້ງເຝິກອົບຮົມການຮຽນການສອນແບບໃໝ່ ໃຫ້ຄູໃນອະນາຄົດ.
# ຂ່າວ & ພາບ: ບຸນມີ