ວັນທີ 4 ກຸມພາ 2021ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມ ການເມືອງສູນກາງພັກ ລັດຖະ ມົນຕີກະຊວງປ້ອງກັນປະເທດ ຄະນະກໍາມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາກ່ຽວກັບການຫ້າງຫາກະ ກຽມໃຫ້ແກ່ການດໍາເນີນການ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢູ່ແຂວງຫົວພັນ ໂດຍມີ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງງພັກ ເລຂາ ພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາສະຫາຍຄະນະປະຈໍາ ພັກແຂວງ ຄະນະຮັບຜິດຊອບ ການປ່ອນບັດແຕ່ລະຂັ້ນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ແຂວງເຂົ້າຮ່ວມ.

ໂອກາດນີ້ ທ່ານເຈົ້າແຂວງ ຫົວພັນໄດ້ລາຍງານຫຍໍ້ກ່ຽວກັບຜົນສໍາເລັດການຊີ້ນໍາໆພາຂອງ ອົງຄະນະພັກແຂວງຕໍ່ທຸກຂົງ ເຂດວຽກງານໂດຍສະເພາະ ແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະທີ່ຜ່ານມາ ຈາກນັ້ນ ສະຫາຍນາງ ອໍາໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ຮອງເລຂາພັກແຂວງ ຮອງປະ ທານສະພາປະຊາຊົນ ແຂວງຫົວ ພັນກໍໄດ້ລາຍງານກ່ຽວກັບ ຄວາມພ້ອມໃນການກະກຽມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຢູ່ແຂວງຫົວພັນຊຸດທີ II ເຊີ່ງພື້ນຖານແລ້ວ ມີຫຼາຍໜ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດ ໂດຍ ສະເພາະແມ່ນໄດ້ສໍາເລັດການ ກະກຽມ ແລະ ດໍາເນີນກອງ ປະຊຸມຄັ້ງປະຖົມມະລືກຂອງ ຄະນະກໍາມະການເລືອກຕັ້ງ ຂັ້ນແຂວງ ເພື່ອແບ່ງງານ ແບ່ງ ຄວາມຮັບຜິດຊອບພາຍໃນຄະ ນະສໍາເລັດການຈັດເຝິກອົບຮົມ ໃຫ້ແກ່ການນໍາຂັ້ນແຂວງ ແລະ ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຫົວໜ້າ ຄະນະພະແນກ ການຂັ້ນແຂວງ ແລະ ຄະນະກໍາ ມະການເລືອກຕັ້ງຂັ້ນເມືອງ ມີຜູ້ ເຂົ້າຮ່ວມທັງໝົດ 172 ຄົນ ຍິງ 82 ຄົນ ແລະ ລົງຊຸກຍູ້ການເຝິກ ອົບຮົມ ຫຼື ເຊື່ອມຊຶມເອກະສານ ຢູ່ບັນດາພະແນກການສອງກອງບັນຊາການທະຫານ ແລະ ຕໍາ ຫຼວດແຂວງ ແລະ 10 ເມືອງ ທົ່ວແຂວງມີຜູ້ເຂົ້າຮ່ວມທັງໝົດ 2.206 ຄົນ ຍິງ 499 ຄົນ ( ບໍ່ນັບຈຳນວນເຂົ້າຮ່ວມຢູ່ຂັ້ນ ບ້ານ ); ສໍາເລັດການຄັດເລືອກ ເປົ້າໝາຍຈໍານວນຜູ້ສະໝັກຮັບ ເລືອກຕັ້ງ ເປັນສະມາຊິກສະພາ ແຫ່ງຊາດ ຊຸດທີ IX ປະຈໍາ ເຂດເລືອກຕັ້ງທີ 8 ( ຜູ້ສະໝັກ ຈາກທ້ອງຖິ່ນ ) ແລະ ຜູ້ສະໝັກ ຮັບເລືອກຕັ້ງເປັນສະມາຊິກສະ ພາປະຊາຊົນແຂວງ ຊຸດທີ II ພ້ອມທັງເກັບກໍາຮູບປະຫວັດ ຫຍໍ້ຂອງຜູ້ສະໝັກຮັບເລືອກຕັ້ງ ສົ່ງໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດ ທັນກໍານົດເວລາ ແລະອອກແບບ ບັດລົງຄະແນນ ສຽງ ບັດຕິດເອິກ ຂອງຄະນະ ກໍາມະການ ແລະ ອະນຸກໍາມະ ການຊ່ວຍວຽກ ພ້ອມທັງແຕ່ງ ຕັ້ງໜ່ວຍງານໄປຈັດພິມ – ຈັດຊື້ ຢູ່ນະຄອນຫຼວງວຽງຈັນ ສໍາເລັດ ການເກັບກໍາສະຖິຕິຈໍານວນພົນລະເມືອງທົ່ວ ແຂວງຫົວພັນ ເບື້ອງຕົ້ນມີທັງໝົດ 315.889 ຄົນ ຍິງ 151,709 ຄົນ. ໃນນີ້, ຜູ້ມີສິດປ່ອນບັດເລືອກຕັ້ງທັງ ໝົດ 160.596 ຄົນ, ຍິງ 76.513 ຄົນ ແລະ ມີໜ່ວຍ ປ່ອນບັດເລືອກຕັ້ງທັງໝົດ 420 ໜ່ວຍ ສໍາລັບວຽກງານ ປກຊ – ປກສ ກໍ່ໄດ້ວາງແຜນການປ້ອງ ກັນການເລືອກຕັ້ງຄັ້ງນີ້ ໃຫ້ມີ ຄວາມສະຫງົບເປັນລະບຽບ ຮ້ອຍ ແລະ ແກ້ໄຂໜໍ່ແໜງ ປາກົດການຫຍໍ້ທ້ໍຕ່າງໆ ທີ່ເປັນ ປັດໃຈກໍ່ຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍ ທີ່ຫວັງທໍາລາຍການເລືອກຕັ້ງ ຢ່າງທັນການ ແລະ ມີຄວາມ ສະຫງົບໂດຍພື້ນຖານ.

ໂອກາດດັ່ງກ່າວ ສະຫາຍ ລັດຖະມົນຕີກະຊວງປ້ອງກັນ ປະເທດກໍໄດ້ມີຄໍາເຫັນໂອ້ລົມບາງຕອນທ່ານກ່າວວ່າ: ການປ່ອນ ບັດເລືອກຕັ້ງສະມາຊິກສະພາ ແຫ່ງຊາດຊຸດທີ IX ແລະ ສະພາ ປະຊາຊົນຂັ້ນແຂວງ ຊຸດທີ IIນີ້ແມ່ນເຫດການການເມືອງ ແລະ ມີຄວາມສຳຄັນເປັນຢ່າງ ຍິ່ງ ເພາະວ່າເປັນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາ ທິປະໄຕປະຊາຊົນໂດຍສະເພາະແມ່ນການບູລະນະສະພາແຫ່ງ ຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ໃນຖານະ ທີ່ເປັນອົງການອຳນາດລັດໜຶ່ງ ໃນລະບອບການເມືອງຂອງ ສປປ ລາວ ໃຫ້ນັບມື້ມີຄວາມ ເຂັ້ມແຂງໜັກແໜ້ນ ດັ່ງນັ້ນ ການຄັດເລືອກເອົາຕົວແທນ ແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າເຂົ້າໃນກົງຈັກຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງແມ່ນໜ້າທີ່ ແລະ ຄວາມ ຮັບຜິດຊອບຂອງທົ່ວພັກ, ທົ່ວ ລັດ, ທົ່ວກອງທັບ ແລະ ທົ່ວ ປວງຊົນລາວທັງຊາດ.
ຮຽກຮ້ອງໃຫ້ຄະນະຮັບຜິດ ຊອບການປ່ອນບັດຢູ່ແຕ່ລະ ບ່ອນຈົ່ງຍົກສູງຄວາມຮັບຜິດ ຊອບຫຼາຍກວ່າເກົ່າແຕ່ລະພາກສ່ວນເພີ່ມທະວີການໂຄສະນາ-ສຶກສາອົບຮົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການດັ່ງກ່າວຢ່າງຟົດຟື້ນ, ຮັບປະກັນເຮັດໃຫ້ ການປ່ອນບັດເລືອກຕັ້ງຄັ້ງນີ້ປະສົບຜົນສໍາເລັດ.
ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ ພົບປະໂອ້ລົມຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກ ແຫຼ່ງສອງກໍາລັງ ປກຊ-ປກສ ແຂວງ ໂດຍສະຫາຍໄດ້ເນັ້ນ ໜັກໃຫ້ສອງກໍາລັງດັ່ງກ່າວຈົ່ງ ພ້ອມກັນປະຕິບັດໜ້າທີ່ຂອງຕົນໃນການເປັນກໍາລັງຫຼັກແຫຼ່ງພິທັກຮັກສາຄວາມສະຫງົບ, ຮັບປະ ກັນໃຫ້ການປ່ອນບັດເລືອກຕັ້ງຢູ່ແຕ່ລະຈຸດມີຄວາມສະຫງົບ ປອດໄພ 100% ແລະ ປະສົບ ຜົນສໍາເລັດ ຕາມແຜນການ.