ເຟສບຸກ (Facebook) ຈັດງານໃຫ້ຄວາມຮູ້ກ່ຽວກັບຂໍ້ມູນຂ່າວສານທີ່ຖືກຕ້ອງໃນ Facebook ຜ່ານກອງປະຊຸມທາງອອນລາຍ ຂຶ້ນວັນທີ 4 ກຸມພາ 2021 ຢູ່ບໍລິສັດ ຟ້າໃຫຍ່ ມີເດຍ (Bigblue Agency) ໂດຍເຊີນເອົາຜູ້ຕາງໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.
ງານຄັ້ງນີ້ ມີທ່ານນາງ ອາລິສ ບູດີຊາທຣີໂຈ ຜູ້ບໍລິຫານນະໂຍບາຍຜະລິດຕະພັນຂອງ Facebook APAC ມາແບ່ງປັນກ່ຽວກັບຍຸດທະສາດ Three point strategy ເພື່ອແກ້ໄຂບັນຫາການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ-ຫຼຸດຜ່ອນ ເອົາອອກ ແລະ ແຈ້ງເຕືອນ ທ່ານນາງ ອາຢາ ໂລ ຈາກທີມງານການຮ່ວມມືຂ່າວສານຂອງ Facebook ແບ່ງປັນກ່ຽວກັບການພັດທະນາຄູ່ຮ່ວມຍຸດທະສາດ Facebook APAC ນອກນີ້ ຍັງມີທ່ານາງ ແຄັດ ບາຕອນ ຫົວໜ້າ AFP ແລະ ທ່ານ ຣາຮູນ ນາມບູຣິ ຜູ້ກໍ່ຕັ້ງ ແລະ ຫົວໜ້າບັນນາທິການ Fact Crescendo ເຊິ່ງເປັນ 2 ໃນ 3 ຄູ່ຮ່ວມງານການກວດສອບຂໍ້ມູນທີ່ແທ້ຈິງໃນຂົງເຂດອາຊີ-ປາຊີຟິກ ມາແບ່ງປັນປະສົບການ ແລະ ວິທີການໃນການກວດສອບຂໍ້ມູນ ພ້ອມທັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສອບຖາມບັນຫາທີ່ຕົນສົນໃຈ ຕື່ມອີກ.

ຈຸດປະສົງເພື່ອສ້າງຄວາມເຂົ້າໃຈກ່ຽວກັບຂໍ້ມູນຂ່າວສານທີ່ຖືກຕ້ອງໃນ Facebook ໃຫ້ສື່ມວນຊົນ ເຊິ່ງເປັນຂົວຕໍ່ ແລະ ຜູ້ທີ່ນໍາສະເໜີບົດ-ຂ່າວຜ່ານສື່ສິງພິມ ວິທະຍຸ ໂທລະພາບ ເຟສບຸກ ເວັບໄຊ ແລະ ອື່ນໆອອກສູ່ສັງຄົມໃຫ້ມີຄວາມຖືກຕ້ອງ ພ້ອມທັງມີສ່ວນຮ່ວມແນະນໍາໃຫ້ສັງຄົມຮູ້ຈັກຈໍາແນກຂໍ້ມູນທີ່ບໍ່ຖືກຕ້ອງ ຫຼຸດຜ່ອນການບໍລິໂພກບົດ-ຂ່າວທີ່ບໍ່ມີຄວາມຈິງ ດ້ວຍການເຂົ້າເຖິງແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ ເພື່ອບໍ່ໃຫ້ມີຜົນກະທົບດ້ານລົບແກ່ຕົນ ຊຸມຊົນ ສັງຄົມ ແລະ ປະເທດຊາດ.

# ຂ່າວ & ພາບ: ສະບາໄພ