ທະນາຄານໂລກ (WB) ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາສະຫະລັດ ຫຼື ປະມານ 161 ຕື້ກີບແກ່ ສປປ ລາວ ເພື່ອຕອບໂຕ້ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ໂດຍພິທີລົງນາມສັນຍາກູ້ຢືມດັ່ງກ່າວ ຈັດຂຶ້ນວັນທີ 7 ເມສາ 2020 ຢູ່ກະຊວງການເງິນ ລະຫວ່າງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ພອນທາຣາ ຫົວໜ້າຫ້ອງການ WB ປະຈຳ ສປປ ລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ປັດຈຸບັນ ການແຜ່ລະບາດຂອງພະຍາດ COVID-19 ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງ 200 ກວ່າປະເທດ ໃນນີ້ ສປປ ລາວ ກໍເປັນປະເທດໜຶ່ງທີ່ຮັບຜົນກະທົບດັ່ງກ່າວ ເຊິ່ງນັບແຕ່ພົບຜູ້ຕິດເຊື້ອພະຍາດ COVID-19 ລັດຖະບານກໍໄດ້ມີວິທີການແກ້ໄຂຢ່າງມີປະສິດທິຜົນ ເພື່ອຄວບຄຸມ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງພະຍາດດັ່ງກ່າວ ຮັບປະກັນຄວາມປອດໄພໃຫ້ປະຊາຊົນ ການຊ່ວຍເຫຼືອຄັ້ງນີ້ ເພື່ອກຽມຄວາມພ້ອມຂອງກິດຈະກຳຕ່າງໆໃນການຮັບມືກັບເຫດສຸກເສີນ ກໍຄືການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ການກວດຫາກໍລະນີຕິດເຊື້ອ ແລະ ການຄົ້ນຫາຜູ້ທີ່ໄດ້ໃກ້ຊິດກັບຜູ້ຕິດເຊື້ອ ການຄຸ້ມຄອງກໍລະນີຜູ້ຕິດເຊື້ອ ແລະ ການສື່ສານໃຫ້ຄວາມຮູ້ກ່ຽວກັບການລະບາດຂອງພະຍາດ COVID-19 ທັງຈະຊ່ວຍຍົກລະດັບຄວາມສາມາດໃນການເຝົ້າລະວັງ ແລະ ທັກສະການປິ່ນປົວຂອງທີມແພດໝໍລາວ ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ແລະ ສ້າງຄວາມສາມາດໃນການຕອບໂຕ້ພະຍາດດັ່ງກ່າວ ຕື່ມອີກ.
ການອະນຸມັດເງິນກູ້ສຸກເສີນຂອງ WB ຕ້ານການລະບາດຂອງພະຍາດ COVID-19 ຖືກຮ່າງຂຶ້ນມາພາຍໃຕ້ຂອບການຊ່ວຍເຫຼືອແບບຮີບດ່ວນຕໍ່ການລະບາດຂອງພະຍາດ COVID-19 ໃນທົ່ວໂລກ ເພື່ອຕອບສະໜອງຢ່າງຮີບດ່ວນຕໍ່ຄວາມຕ້ອງການໄລຍະສັ້ນ ແລະ ຊ່ວຍເຫຼືອບັນດາປະເທດ ໃນການສ້າງລະບົບສາທາລະນະສຸກໃຫ້ມີຄວາມເຂັ້ມແຂງ ເພື່ອຮັບມືກັບເຫດສຸກເສີນໃນໄລຍະຍາວ ກຸ່ມ WB ໄດ້ອະນຸມັດການຊ່ວຍເຫຼືອແບບຮີບດ່ວນມູນຄ່າ 14 ຕື້ໂດລາສະຫະລັດ ຫຼື ປະມານ 125.236 ຕື້ກີບ ເພື່ອສ້າງຄວາມເຂັ້ມແຂງໃນການຕອບໂຕ້ກັບພະຍາດ COVID-19 ໃຫ້ປະເທດທີ່ກຳລັງພັດທະນາ ແລະ ຫຼຸດຜ່ອນໄລຍະເວລາຂອງການຟື້ນໂຕ ການຊ່ວຍເຫຼືອທັນທີ ລວມມີການສະໜອງທຶນ ໃຫ້ຄຳແນະນຳດ້ານນະໂຍບາຍ ແລະ ການຊ່ວຍເຫຼືອດ້ານວິຊາການ ເພື່ອຊ່ວຍບັນດາປະເທດດັ່ງກ່າວຮັບມືກັບຜົນກະທົບທີ່ມີຕໍ່ລະບົບສາທາລະນະສຸກ ແລະ ເສດຖະກິດຈາກການລະບາດຂອງພະຍາດ COVID-19 ຄັ້ງນີ້.
ນອກນີ້ຫ້ອງການ IFC ຍັງໄດ້ສະໜອງທຶນ 8 ຕື້ໂດລາສະຫະລັດ ຫຼື ປະມານ 71.545 ຕື້ກີບ ເພື່ອຊ່ວຍບັນດາທຸລະກິດເອກະຊົນ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ແລະ ຮັກສາການຈ້າງງານ IBRD ແລະ IDA ໄດ້ສະໜອງທຶນເບື້ອງຕົ້ນ 6 ຕື້ໂດລາສະຫະລັດ ຫຼື ປະມານ 53.667 ຕື້ກີບ ສຳລັບການຕອບໂຕ້ດ້ານສາທາລະນະສຸກ ເນື່ອງຈາກຫຼາຍປະເທດຕ້ອງການການຊ່ວຍເຫຼືອເປັນວົງກວ້າງ ກຸ່ມ WB ຈະອະນຸມັດງົບປະມານ 160 ຕື້ໂດລາສະຫະລັດ ຫຼື ປະມານ 1.430.587 ຕື້ກີບ ໃນໄລຍະ 15 ເດືອນຂ້າງໜ້າ ໃນການປົກປ້ອງຄົນທຸກຈົນ ແລະ ຜູ້ດ້ອຍໂອກາດ ສົ່ງເສີມພາກທຸລະກິດ ແລະ ໜູນການຟື້ນໂຕຂອງເສດຖະກິດ.