ກາແດງແຂວງອັດຕະປື ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ

    ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າອົງການກາແດງແຂວງອັດຕະປື ໃຫ້ສໍາພາດເມື່ອບໍ່ດົນມານີ້ວ່າ: ພາຍຫຼັງເກີດເຫດອ່າງເກັບນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ເມືອງສະໜາມໄຊ ແຂວງອັດຕະປືແຕກ ວັນທີ 23 ກໍລະກົດ 2018 ອົງການກາແດງແຂວງອັດຕະປືກໍໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອສຸກເສີນແກ່ຜູ້ໄດ້ຮັບຜົນກະທົບ ພ້ອມທັງໄດ້ປະສານສົມທົບກັບອົງການກາແດງຂອງປະເທດເພື່ອນມິດໃກ້ຄຽງ ເຊັ່ນ: ຫວຽດ ນາມ ຈີນ ໄທ ສະວິດ ສ ເກົາຫຼີ ສິງກະໂປ ແລະ ປະເທດອື່ນໆ ລວມທັງສະຫະພັນກາແດງສາກົນ ເພື່ອລະດົມທຶນຈັດຊື້ເຄື່ອງຊ່ວຍເຫຼືອປະເພດເຄື່ອງນຸ່ງຫົ່ມ ນໍ້າດື່ມ ເຂົ້າ ອາຫານ ແລະ ເຄື່ອງອຸປະໂພກ-ບໍລິ ໂພກໃຫ້ຜູ້ປະສົບໄພ ມູນຄ່າຫຼາຍກວ່າ 11 ຕື້ກີບ.

    ໃນໄລຍະຂອງການຊ່ວຍເຫຼືອສຸກເສີນນັ້ນ ສະຫະພັນກາແດງສາກົນ ຍັງໄດ້ສືບຕໍ່ຊ່ວຍເຫຼືອຕື່ມອີກ ໃນວົງເງິນ 1,47 ຕື້ກີບ ເພື່ອໃຫ້ອົງການກາແດງແຂວງນໍາໄປແຈກຢາຍໃຫ້ຜູ້ປະສົບໄພແບບບໍ່ມີເງື່ອນໄຂ ຈໍານວນ 10 ບ້ານ 1.464 ຄອບຄົວ 6.127 ຄົນ ນອກນີ້ ຍັງໄດ້ສືບຕໍ່ສະໜັບສະໜູນໂຄງການຟື້ນຟູ ໄພພິ ບັດທີ່ຈັດຕັ້ງປະຕິບັດໂດຍອົງການກາແດງລາວ ມູນຄ່າ 4 ຕື້ກວ່າກີບ ເພື່ອປັບປຸງລະບົບສຸຂາພິບານ (ກໍ່ສ້າງວິດຖ່າຍ ແລະ ຕິດຕັ້ງນໍ້າສະອາດ) ສ້ອມແປງເຮືອນ ຊື້ສັດລ້ຽງ ເຊິ່ງຈັດຕັ້ງປະຕິບັດຢູ່ 12 ບ້ານ 1.998 ຫຼັງຄາເຮືອນ 9.842 ຄອບຄົວ. 

    ປັດຈຸບັນ ໂຄງການດັ່ງກ່າວໃກ້ຈະສໍາເລັດ ໂດຍຜ່ານການປະຕິບັດວຽກງານຕົວຈິງ ກິດຈະກໍາຕ່າງໆ ແມ່ນປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ໄດ້ປະກອບສ່ວນສໍາຄັນໃນການປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວໃຫ້ນັບມື້ດີຂຶ້ນ. 

error: Content is protected !!