
ກອງປະຊຸມເຕັກນິກຂອງນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 5 ມີນາ 2020 ຢູ່ ນວ ໂດຍເປັນປະທານຂອງທ່ານ ສົມພອນ ສອນດາລາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ (ສສກ) ນວ ມີທ່ານ ກອງແກ້ວ ແຫ່ງດາວົງໄຊ ຫົວໜ້າຂະແໜງກີລາລະດັບສູງ ພະແນກ ສສກ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ສົມພອນ ສອນດາລາ ກ່າວວ່າ: ລັດຖະບານ ກໍຄືກະຊວງ ສສກ ໄດ້ມີການແຈ້ງການເລື່ອນການແຂ່ງຂັນມະຫະກຳກີລາແຫ່ງຊາດ ຄັ້ງທີ Xl (ຊຽງຂວາງ ເກມ) ອອກໄປແບບບໍ່ມີກຳນົດ ເຊິ່ງໄດ້ມີການລົງທຶນ ເຫື່ອແຮງຢ່າງມະຫາສານ ໂດຍສະເພາະຄູເຝິກ ແລະ ນັກກີລາ ໄດ້ພາກັນເຝິກຊ້ອມຢ່າງໜັກໜ່ວງ ເພື່ອບໍ່ໃຫ້ການທຸ່ມເທດັ່ງກ່າວສູນເສຍໄປ ຂໍຮຽກຮ້ອງມາຍັງຄະນະຮັບຜິດຊອບທຸກຝ່າຍສືບຕໍ່ປະຕິບັດໜ້າທີ່ ທີ່ໄດ້ຮັບມອບໝາຍຢ່າງມີກຽດ ແລະ ປະກົດຜົນເປັນຈິງ ໂດຍສະເພາະການກວດກາຄືນດ້ານອຸປະກອນເຝິກຊ້ອມໃຫ້ຄົບຖ້ວນຕາມຈຳນວນທີ່ຂຶ້ນແຜນໄວ້ເບື້ອງຕົ້ນ ຕິດຕາມກວດ ການັກກີລາໃຫ້ເຝິກຊ້ອມໃນຕົ້ນສັງກັດຕົນເອງໃຫ້ສະໝ່ຳສະເໝີ ເພື່ອຮັກສາສະມັດຖະພາບຮ່າງກາຍ ໃຫ້ສົມບູນ ແລະ ກຽມພ້ອມເຂົ້າຮ່ວມ ຊຽງຂວາງ ເກມ.
ເບື້ອງຕົ້ນ ຊຽງຂວາງ ເກມ ຈະໄຂຂຶ້ນວັນທີ 22 ມີນາ-1 ເມສາ 2020 ແຕ່ຍ້ອນພະຍາດ COVID-19 ມີການແຜ່ລະບາດຢ່າງໜັກໃນທົ່ວໂລກເຫດ ລັດຖະບານຈຶ່ງປະກາດເລື່ອນການແຂ່ງຂັນ ຖ້າພະຍາດດັ່ງກ່າວຫຼຸດຜ່ອນລົງ ແລະ ສາມາດຄວບຄຸມ ຊຽງຂວາງ ເກມ ຈະໄດ້ແຂ່ງຂັນແນ່ນອນ.