ເບິ່ງບ້ານເຂົາເອົາບົດຮຽນ 10-03-2020

    ພົບ​ກັນ​ວັນ​ນີ້​ມີ​ເລື່ອງ​ກ່ຽວ​ກັບ​ການ​ສົ່ງ­ເສີມ​ບົດ­ບາດ ຍິງ-ຊາຍ ທີ່​ຫວຽດ­ນາມ ຕໍ່​ໃສ່​ເລື່ອງ​ຂັ້ນ​ຕອນ​ການ​ປະ­ຕິ­ບັດ​ກົດ­ໝາຍ​ແຮງ​ງານ​ສະ­ບັບ​ໃໝ່​ຂອງ ສ ເກົາ­ຫຼີ.

    ທີ່ ຫວຽດ­ນາມ: ໃນ​ປີ 2006 ສະ­ພາ​ແຫ່ງ​ຊາດ​ຫວຽດ­ນາມ ໄດ້​ລົງ­ມະ­ຕິ​ຮັບ­ຮອງ​ເອົາ​ກົດ­ໝາຍ​ວ່າ​ດ້ວຍ​ຄວາມ​ສະ­ເໝີ­ພາບ ລະ­ຫວ່າງ ຍິງ-ຊາຍ ເຊິ່ງ​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ປີ 2007 ເປັນ­ຕົ້ນ​ມາ ພາຍ​ໃຕ້​ກົດ­ໝາຍ​ດັ່ງ­ກ່າວ ບົດ­ບາດ ຍິງ-ຊາຍ ໃນ​ຫວຽດ­ນາມ ໄດ້​ຮັບ​ການ​ພັດ­ທະ­ນາ​ໃຫ້​ດີ​ຂຶ້ນ​ແບບ​ກະ­ໂດດ​ຂັ້ນ​ຕາມ​ລຳ​ດັດ ທາງ​ດ້ານ​ການ­ເມືອງ ສັງ­ຄົມ ແລະ ເສດ ຖະ​ກິດ ເຊິ່ງ​ມີ​ຕົວ­ຢ່າງ​ດັ່ງ​ຕໍ່​ໄປ​ນີ້: ຈຳ­ນວນ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ເຊິ່ງ​ເປັນ​ເພດ​ຍິງ​ນັ້ນ​ໄດ້​ບັນ­ລຸ 27,1% ສູງ​ກວ່າ​ຕົວ​ເລກ​ສະ­ເລ່ຍ​ລະ­ດັບ​ໂລກ ເຊິ່ງ​ຢູ່​ໃນ​ອັດ­ຕາ 23,4% ແລະ ສູງ​ກວ່າ​ຕົວ​ເລກ​ສະ­ເລ່ຍ ສສຊ ເພດ​ຍິງ​ໃນ​ອາ­ຊີ ເຊິ່ງ​ຢູ່​ໃນ​ຕົວ​ເລກ 18,6% ນັ້ນ​ຄື​ຖາ­ນະ​ບົດ­ບາດ​ທາງ​ດ້ານ​ການ­ເມືອງ ສ່ວນ​ທາງ​ເບື້ອງ​ເສດ­ຖະ­ກິດ​ນັ້ນ ຈຳ­ນວນ​ເພດ​ຍິງ​ທີ່​ຄອງ​ຕຳ­ແໜ່ງ​ການ​ນຳ​ໃນ​ບັນ­ດາ​ບໍ­ລິ­ສັດ​ກໍ​ໄດ້​ເພີ່ມ​ຈາກ 4% ໃນ​ປີ 2009 ມາ​ເປັນ 27,8% ໃນ​ປີ 2017 ເຊິ່ງ​ເປັນ​ຕົວ​ເລກ​ສູງ​ສຸດ​ໃນ​ເຂດ​ອາ­ຊີ​ຕາ­ເວັນ​ອອກ­ສຽງ​ໃຕ້ (ອາ​ຊຽນ) ທາງ​ດ້ານ​ວິ­ທະ­ຍາ­ສາດ​ນັ້ນ​ແມ່­ຍິງ​ຫວຽດ­ນາມ ກໍ​ມີ​ຜົນ­ສຳ­ເລັດ​ຢ່າງ​ໃຫຍ່​ຫຼວງ ຕົວ­ຢ່າງ​ນ້ອຍໆ​ໜຶ່ງ​ກໍ​ຄື ທ່ານ​ນາງ ຫງວ​ຽນ ທິ​ຮຽບ (Nguyen Thi Hiep) ປອ ໃນ​ຂົງ­ເຂດ​ວຽກ​ຄົ້ນ­ຄວ້າ​ກ່ຽວ​ກັບ​ຊີ­ວະ​ວິ­ທະ­ຍາ​ການ​ແພດ ປະ­ຈຳ​ມະ­ຫາ­ວິ­ທະ­ຍາ­ໄລ​ສາ­ກົນ ນະ­ຄອນ​ໂຮ່​ຈີ​ມິງ ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ 1 ໃນ​ຈຳ­ນວນ​ນັກ­ວິ­ທະ­ຍາ­ສາດ​ດີ­ເດັ່ນ 100 ຄົນ​ຂອງ​ທະ­ວີບ­ອາ­ຊີ ປະ­ຈຳ​ປີ 2019 ນອກ­ຈາກ​ນັ້ນ ທາງ​ການ​ຫວຽດ­ນາມ ຍັງ​ໄດ້​ສ້າງ­ຕັ້ງ​ລາ­ງວັນ​ໂກ​ວາ​ເລັບ​ສະ­ກາ​ຢາ (Kovalevskaya) ເພື່ອ​ມອບ​ໃຫ້​ນັກ­ວິ­ທະ­ຍາ­ສາດ​ຍິງ​ຫວຽດ­ນາມ​ທີ່​ດີ­ເດັ່ນ​ປະ­ຈຳ​ທຸກໆ​ປີ ໂກ​ວາ​ເລັບ​ສະ­ກາ​ຢາ ແມ່ນ​ຊື່​ນັກ​ຄະ­ນິດ­ສາດ​ຍິງ​ທີ່​ດີ­ເດັ່ນ​ລະ­ດັບ​ໂລກ​ຂອງ​ຣັດ​ເຊຍ ເວົ້າ​ໄດ້​ວ່າ ກົດ­ໝາຍ​ວ່າ​ດ້ວຍ​ຄວາມ​ສະ­ເໝີ­ພາບ​ໃນ​ບົດ­ບາດ​ຍິງ-ຊາຍ ທີ່​ມີ​ຜົນ​ສັກ­ສິດ​ເປັນ​ເວ­ລາ​ເກືອບ 14 ປີ­ຜ່ານ­ມາ​ນັ້ນ​ໄດ້​ກາຍ­ເປັນ​ໄມ້​ງັດ​ທີ່​ສຳ­ຄັນ​ໃນ​ການ​ຍົກ​ສູງ​ບົດ­ບາດ​ຂອງ​ແມ່­ຍິງ​ຫວຽດ­ນາມ​ທາງ​ດ້ານ​ການ­ເມືອງ ສັງ­ຄົມ ແລະ ເສດ­ຖະ­ກິດ.

    ທີ່ ສ ເກົາ­ຫຼີ: ເລີ່ມ​ແຕ່​ວັນ​ທີ 1 ກໍ­ລະ­ກົດ ປີ 2018 ເປັນ­ຕົ້ນ​ມາ ກົດ­ໝາຍ​ວ່າ​ດ້ວຍ​ແຮງ​ງານ​ສະ­ບັບ​ໃໝ່​ຂອງ​ປະ­ເທດ​ນີ້ ໄດ້​ມີ​ຜົນ​ໃນ​ທາງ​ປະ­ຕິ­ບັດ​ຢ່າງ​ເປັນ​ທາງ​ການ ໂດຍ​ໄດ້​ປັບ​ຫຼຸດ​ຊົ່ວ­ໂມງ​ເຮັດ​ວຽກ​ຂອງ​ພະ­ນັກ­ງານ​ລົງ​ຕາມ​ລາຍ​ລະ­ອຽດ​ດັ່ງ­ນີ້: ເຈົ້າ​ຂອງ​ກິດ­ຈະ­ການ​ຂະ­ໜາດ​ໃຫຍ່ ເຊິ່ງ​ມີ​ພະ­ນັກ­ງານ​ຈຳ­ນວນ​ແຕ່ 300 ຄົນ​ຂຶ້ນ​ໄປ ຕ້ອງ​ປັບ​ຫຼຸດ​ຊົ່ວ­ໂມງ​ເຮັດ​ວຽກ ຈາກ 68 ຊົ່ວ­ໂມງ​ຕໍ່​ອາ­ທິດ ມາ​ເປັນ 52 ຊົ່ວ­ໂມງ ໃນ 52 ຊົ່ວ­ໂມງ​ນີ້ ຍັງ​ໄດ້​ແຍກ​ລະ­ອຽດ​ຕື່ມ​ຄື: 40 ຊົ່ວ­ໂມງ​ເຮັດ​ວຽກ​ຕາມ​ປົກ­ກະ­ຕິ (ແຕ່​ວັນ​ຈັນ​ຫາ​ວັນ​ສຸກ) ແລະ ອີກ 12 ຊົ່ວ­ໂມງ ສຳ­ລັບ​ການ​ອອກ­ແຮງ​ງານ​ໃນ​ວັນ​ເສົາ ແລະ ອາ­ທິດ ກົດ­ໝາຍ​ສະ­ບັບ​ນີ້​ມີ​ໄລ­ຍະ​ປະ­ຕິ­ບັດ​ຕ່າງ​ກັນ ຄື ນັບ​ແຕ່​ວັນ​ທີ 1 ກໍ­ລະ­ກົດ​ເປັນ­ຕົ້ນ​ມາ ແມ່ນ​ສຳ­ລັບ​ຂະ­ແໜງ​ປະ­ກອບ​ການ​ຂະ­ໜາດ​ໃຫຍ່​ທີ່​ມີ​ພະ­ນັກ­ງານ​ແຕ່ 300 ຄົນ​ຂຶ້ນ​ໄປ ສຳ­ລັບ​ຢູ່​ຂະ­ແໜງ​ປະ­ກອບ​ການ​ຂະ­ໜາດ​ກາງ (ມີ​ພະ­ນັກ­ງານ​ແຕ່ 50-299 ຄົນ) ເລີ່ມ​ປະ­ຕິ­ບັດ​ກົດ­ໝາຍ​ນີ້​ແຕ່​ວັນ​ທີ 1 ມັງ­ກອນ ປີ 2020 ເປັນ­ຕົ້ນ​ມາ ສ່ວນ​ຂະ­ແໜງ​ປະ­ກອບ​ການ​ຂະ­ໜາດ​ນ້ອຍ (ມີ​ພະ­ນັກ­ງານ​ແຕ່ 5-49 ຄົນ) ນັ້ນ ມີ​ກຳ­ນົດ​ປະ­ຕິ­ບັດ​ກົດ­ໝາຍ​ສະ­ບັບ​ນີ້​ແຕ່​ວັນ​ທີ 1 ກໍ­ລະ­ກົດ ປີ 2021 ເປັນ­ຕົ້ນ​ໄປ.

error: Content is protected !!