ປີ 2020 ເມືອງສັງທອງມີຜູ້ເສຍຊີວິດ 10 ຄົນ ຈາກການເກີດອຸບັດເຫດ

    ທ່ານ ພັນໂທ ໄພທູນ ມະນີວົງ ຮອງພະແນກຕໍາຫຼວດຈາລະຈອນເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດໃນວັນທີ 4 ກຸມພາ 2021 ນີ້ ວ່າ: ໃນໄລຍະ 1 ປີຜ່ານມາ ທົ່ວເມືອງສັງທອງມີອຸບັດເຫດເກີດຂຶ້ນທັງໝົດ 36 ຄັ້ງ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 3 ຄັ້ງ ພາຫະນະເປ່ເພ 64 ຄັນ ເປ່ເພເລັກນ້ອຍ 36 ຄັນ ເປ່ເພສົມຄວນ 31 ຄັນ ໃຊ້ການບໍ່ໄດ້ 0 ຄັນ ມີຄົນໄດ້ຮັບບາດເຈັບທັງໝົດ 54 ຄົນ ບາດເຈັບເລັກນ້ອຍ 22 ຄົນ ບາດເຈັບສົມຄວນ 20 ຄົນ ບາດເຈັບສາຫັດ 2 ຄົນ ເສຍຊິວິດ 10 ຄົນ ຍິງ 3 ຄົນ ລວມມູນຄ່າຄວາມເສຍຫາຍທັງໝົດ 640.000.000 ກີບ ສາເຫດທີ່ພາໃຫ້ເກີດອຸບັດເຫດ ສ່ວນໃຫ່ຍແມ່ນຍ້ອນນັກຂັບຂີ່ບໍ່ປະຕິບັດກົດລະບຽບຈາລະຈອນ ໂດຍສະເພາະແມ່ນ: ເກີດຈາກການດື່ມສິ່ງຂອງມືນເມົາແລ້ວຂັບຂີ່ ໃຊ້ຄວາມໄວເກີນກໍານົດ ແຊງບໍ່ຮັບປະກັນ ແລະ ອອກທາງຮ່ວມ ທາງຊອຍບໍ່ລໍ ລວມທັງສະພາບເຕັກນິກລົດບໍ່ຄົບຖ້ວນ.

    ໃນໄລຍະຜ່ານມາ ພະແນກຈາລະຈອນເມືອງສັງທອງ ຍັງໄດ້ສຸມໃສ່ເຄື່ອນໄຫວສະກັດກັ້ນສະພາບອຸບັດເຫດບົນທ້ອງຖະຖົນດ້ວຍຫຼາຍວິທີ ເປັນຕົ້ນ ໄດ້ລົງເຮັດວຽກໂຄສະນາຕາມໂຮງຮຽນ ຕາມບ້ານເປົ້າໜາຍທີ່ຢູ່ລຽບຕາມເສັ້ນທາງຫຼວງ ແລະ ສະຖານທີ່ຊຸມຊົນ ທັງຈັດສັນລະບຽບການສັນຈອນຕາມທ້ອງຖະໝົນຫຼວງ ແລະ ກວດກາຕາມປ້ອມດ່ານ ພ້ອມທັງເຮັດວຽກສຶກສາອົບຮົມ ກ່າວເຕືອນຜູ້ທີ່ຂັບລົດໄວ ໃຊ້ສຽງດັງ ຂີ່ລົດເປັນພຶງເປັນແພ ທີ່ສ່ຽງຕໍ່ການເກີດອຸບັດເຫດ ແລະ ບຸກຄົນທີ່ດື່ມສິ່ງມືນເມົາ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!