ກອງປະຊຸມລະດັບວິຊາການ ຂອງແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ ບີຄວາ (BEQUAL) ຈັດຂຶ້ນທີ່ຫ້ອງປະຊຸມ ຊັ້ນ 4 ຕຶກ ICT ຂອງກະຊວງສຶກສາທິການ ແລະ ກີລາ ວັນທີ 3 ກຸມພາ 2021 ເປັນປະທານຂອງທ່ານ ບຸນປັນ ໄຊມຸນຕຣີ ຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກີລາ ທ່ານນາງ ແອນນາ ດາເອຊັນ ເລຂາເອກຈາກສະຖານທູດອົດສະຕຣາລີປະຈຳລາວ ພ້ອມດ້ວຍບັນດາກົມກອງອ້ອມຂ້າງ ຈາກກະຊວງສຶກສາທິການ ແລະ ກີລາ ຫົວໜ້າ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ນະຄອນຫຼວງ ແລະ ຜູ້ອໍານວຍການ ຮອງຜູ້ອໍານວຍການວິທະຍາໄລຄູ 8 ແຫ່ງທົ່ວປະເທດ ເຂົ້າຮ່ວມ.
ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນງົບປະມານແກ່ກະຊວງສຶກສາທິການ ແລະ ກີລາ ແຕ່ປີ 2015 ເປັນຕົ້ນມາ ໂດຍຜ່ານແຜນງານບີຄວາ ແລະ ໃນປີຜ່ານມາ ແຜນງານດັ່ງກ່າວກໍໄດ້ຮັບການອະນຸມັດເຫັນດີໃຫ້ສືບຕໍ່ການຈັດຕັ້ງປະຕິບັດໂຄງການຈົນເຖິງເດືອນມີຖຸນາ 2022.

ໂອກາດນີ້ ທ່ານ ບຸນປັນ ໄຊມຸນຕຣີ ໄດ້ແຈ້ງໃຫ້ຊາບວ່າ: ການຈັດຕັ້ງປະຕິບັດແຜນງານໃນໄລຍະ 6 ເດືອນທ້າຍປີ 2020 ກະຊວງສຶກສາທິການ ແລະ ກີລາ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ເພື່ອຈັດຕັ້ງການພັດທະນາຫຼັກສູດຊັ້ນປະຖົມສຶກສາຂັ້ນ ປ 2 ສະບັບປັບປຸງໃໝ່ ມີຜົນສຳເລັດເຖິງ 99% ຂອງໂຮງຮຽນຊັ້ນປະຖົມສຶກສາຈໍານວນ 8.901 ແຫ່ງ ທີ່ໄດ້ຮັບຊຸດເຄື່ອງມືສໍາລັບຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ຄູສອນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ 2 ຈໍານວນ 9.421 ທ່ານ ໄດ້ຮັບການເຝິກອົບຮົມບຳລຸງຄູ ພ້ອມທັງໄດ້ຈັດຕັ້ງປະຕິບັດການຮຽນ-ການສອນຫຼັກສູດຊັ້ນປະຖົມສຶກສາ ຂັ້ນ ປ 2 ສະບັບປັບປຸງໃໝ່ໃນເດືອນກັນຍາ ປີ 2020 ຜ່ານມາ.
ທ່ານ ນາງ ແອນນາ ດາເອຊັນ ໄດ້ກ່າວຕື່ມອີກວ່າ: “ລັດຖະບານອົດສະຕຣາລີ ໃຫ້ການສະໜັບສະໜູນແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (BEQUAL) ເພື່ອຊ່ວຍກະຊວງສຶກສາທິການ ແລະ ກີລາ ໃນການຈັດຕັ້ງປະຕິບັດການພັດທະນາຫຼັກສູດຊັ້ນປະຖົມສຶກສາໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ອີງຕາມແຜນຍຸດທະສາດການພັດທະນາຂະແໜງສຶກສາທິການ ແລະ ກີລາ ຄັ້ງທີ 9 ໂດຍເນັ້ນໃສ່ການປັບປຸງການຮຽນການສອນໃນເຂດພື້ນທີ່ຫຍຸ້ງຍາກ ໂດຍສະເພາະເດັກຍິງ ເດັກຊົນເຜົ່າ ແລະ ເດັກພິການ.”

# ຂ່າວ & ພາບ: ບຸນມີ