ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 3 ກຸມພາ 2021 ທີ່ບ້ານປາກແຮດ ເມືອງນາຊາຍທອງ ໂດຍເຂົ້າຮ່ວມຂອງທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນວ ມີຮອງກົມທີ່ດິນ ຫົວໜ້າຫ້ອງການ ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ.

ໃນພິທີ ທ່ານ ວິໄນ ສຸນາສົນ ຮອງອຳນວຍການບໍລິສັດດາວວິໄລ ສຳຫຼວດອອກແບບ ແລະ ກໍ່ສ້າງສ້ອມແປງເຄຫາສະຖານ ຈຳກັດຜູ້ດຽວ ກ່າວວ່າ: ໂຄງການກໍ່ສ້າງຫ້ອງການແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 1 ກໍລະກົດ 2020 ແລະ ສຳເລັດໃນວັນທີ 15 ມັງກອນ 2021 ໄລຍະເວລາການກໍ່ສ້າງຕົວຈິງ 6 ເດືອນ ພາຍຫຼັງລົງມືກໍ່ສ້າງແມ່ນໄດ້ປະຕິບັດຕາມຕາມສັນຍາ ແລະ ມາດຖານເຕັກນິກຂອງເຈົ້າຂອງໂຄງການຢ່າງລະອຽດ ພ້ອມດຽວກັນນັ້ນ ກໍຮັບຮອງການກວດກາ ຢັ້ງຢືນຈາກເຈົ້າຂອງໂຄງການ ກໍຄືພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນວ ເຊິ່່ງອາຄານດັ່ງກ່າວເປັນອາຄານຊັ້ນດຽວ ຂະໜາດ 15X20 ແມັດ ປະກອບມີຫ້ອງເຮັດວຽກ ຫ້ອງປະຊຸມ ທີ່ຮອງຮັບໃຫ້ແກ່ການປະຕິບັດໜ້າທີ່ວຽກງານຂອງພະນັກງານ ມີສະຖານທີ່ຈອດລົດກວ້າງຂວາງ ມູນຄ່າການກໍ່ສ້າງ 595 ລ້ານກວ່າກີບ ໂດຍແມ່ນບໍລິສັດດາວວິໄລ ສຳຫຼວດອອກແບບ ແລະ ກໍ່ສ້າງສ້ອມແປງເຄຫາສະຖານຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ.


# ຂ່າວ & ພາບ: ອົ່ນ ໄຟສົມທອງ