ຫາລືການປ້ອງກັນ ຄວບຄຸມ ແລະ ກຽມຄວາມພ້ອມ ໃນການຮັບມືກັບ ໂຄວິດ-19 ຜ່ານລະບົບວິດີໂອທາງໄກ​

    ໃນວັນທີ 7 ເມສາ 2020 ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກ ໂດຍຜ່ານລະບົບວີດີໂອທາງໄກ (video conference) ເພື່ອປຶກສາຫາລືກ່ຽວກັບສະພາບການແຜ່ລະບາດ ການປ້ອງກັນ ຄວບຄຸມ ແລະ ການກະກຽມຄວາມພ້ອມຮອບດ້ານໃນການຮັບມືຂອງການລະບາດພະຍາດໂຄວິດ-19 ການດຳເນີນກອງປະຊຸມສາມຂັ້ນ ແລະ ບັນຫາຕ່າງໆທີ່ບັນດາອົງການອ້ອມຂ້າງສູນກາງພັກ ແລະ ລັດຖະບານ ຢາກສ່ອງແສງເພື່ອໃຫ້ຄະນະເລຂາທິການສູນກາງພັກໄດ້ຮັບຊາບ ແລະ ຊອກຫາວິທີທາງແກ້ໄຂ. ພ້ອມກັນນີ້ກໍໄດ້ມີການລາຍງານຂອງແຕ່ລະແຂວງໃນການຈັດຕັ້ງປະຕິບັດຄຳສັ່ງເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານການລະບາດຂອງພະຍາດໂຄວິດ-19. 

     ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ມີບັນດາອົງການອ້ອມຂ້າງສູນກາງພັກ ລັດຖະບານ ແລະ ອົງການຈັດຕັ້ງມະຫາຊົນບັນດາແຂວງ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວແມ່ນໄດ້ຈັດເປັນປົກກະຕິໃນແຕ່ລະເດືອນ ພິເສດເດືອນນີ້ແມ່ນໄດ້ປະຊຸມທາງໄກຜ່ານລະບົບວີດີໂອ (video conference) ຂອງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ເພື່ອເປັນການປ້ອງກັນພະຍາດໂຄວິດ-19 ໂດຍມີຫ້ອງປະຊຸມລວມກັນຢູ່ 3 ຈຸດຄື: ຫ້ອງວ່າການສູນກາງພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ.​ 

    ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດທີ່ປະຊຸມຜ່ານລະບົບ video conference ເຊິ່ງເປັນກອງປະຊຸມທີ່ມີການກະກຽມຄວາມພ້ອມໃນອະນາຄົດ ເພື່ອນຳໃຊ້ໃນເວລາມີເຫດການສຸກເສີນ ແລະ ຖືວ່າເປັນບາດກ້າວໃໝ່ຂອງລະບົບກອງປະຊຸມຂອງ ສປປ ລາວ.

error: Content is protected !!