ລັດຖະບານ ສືບຕໍ່ຕິດຕາມກວດກາ ແລະ ປຶກສາຫາລືກັບທ້ອງຖິ່ນ ເພື່ອແກ້ໄຂສະພາບການແຜ່ລະບາດ COVID-19

    ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມທາງໄກ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ບັນດາທ່ານລັດຖະມົນຕີກ່ຽວຂ້ອງ ບັນດາຄະນະສະເພາະກິດຂັ້ນສູນກາງ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ເຈົ້າແຂວງໃນທົ່ວປະເທດເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ວ່າດ້ວຍການສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ ໂຄວິດ 19 ມະຕິຕ່າງໆຂອງລັດຖະບານ ກໍຄືມາດຕະການຕ່າງໆທີີ່ຄະນະສະເພາະກິດໄດ້ວາງອອກ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ສິ່ງທ້າທາຍ ມາດຕະການໃນຕໍ່ໜ້າ ແລະ ຂໍ້ສະເໜີຕໍ່ລັດຖະບານ ຈາກບັນດາແຂວງໃນຂອບເຂດທົ່ວປະເທດ ໂດຍຜ່ານການນໍາໃຊ້ລະບົບການປະຊຸມທາງໄກ (Video Conference).

    ຜ່ານການຮັບຟັງການລາຍງານ ເຫັນວ່າບັນດາແຂວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆທີ່ລັດຖະບານ ວາງອອກໄດ້ດີພໍສົມຄວນ ແຕ່ເຖິງຢ່າງໃດກໍດີ ເຫັນວ່າການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ຍັງເຮັດບໍ່ທັນໄດ້ເຕັມສ່ວນ ພ້ອມກັນນັ້ນ ກໍ່ຍັງມີຂໍ້ຫຍຸ້ງຍາກໃນບາງດ້ານ ເປັນຕົ້ນ ບັນຫາການຂາດແຄນອຸປະກອນ ແລະ ເຄື່ອງມືທາງການແພດ ຜ້າອັດປາກ-ດັງ ນ້ຳຢາລ້າງມື ແລະ ຢາປິ່ນປົວພະຍາດ ບຸກຄະລາກອນແພດຍັງມີຈຳກັດ ສະຖານທີ່ກັກກັນ ແຍກປ່ຽວ ແລະ ອື່ນໆ.

    ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະສະເພາະກິດທັງສູນກາງ ແລະ ທ້ອງຖິ່ນ ຂະແໜງການ ແລະ ທ້ອງຖິ່ນ ທີ່ໄດ້ສຸມທຸກກໍາລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ພວມເກີດຂຶ້ນຢູ່ປະເທດເຮົາ ພ້ອມດຽວກັນນັ້ນ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ ຄື:

    1. ຕ້ອງສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດໂຄວິດ 19 ໂດຍສະເພາະຜູ້ທີ່ຖືກກັກກັນຢູ່ເຮືອນ ຢູ່ບ້ານ ຫຼື ສູນ ຕ້ອງເຂົ້າໃຈສະພາບການໃຫ້ດີ ແລະ ບໍ່ໃຫ້ປະໝາດ. ບຸກຄົນຕ້ອງມີຄວາມຮັບຜິດຊອບຕໍ່ຕົນເອງ ຄອບຄົວ ສັງຄົມ ແລະ ປະເທດຊາດ.

    2. ຕ້ອງເຂັ້ມງວດໃນການປິດດ່ານ ບໍ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາປະເທດເຮົາ ແຕ່ອະນຸຍາດໃຫ້ເປີດສຳລັບການຂົນສົ່ງສິນຄ້າເຂົ້າ-ອອກ ໂດຍຕ້ອງມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ. ມອບໃຫ້ຄະນະສະເພາະກິດ ສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າຈະເປີດດ່ານໃດ. ພ້ອມກັນນີ້ ໃຫ້ບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເຈລະຈາກັບແຂວງຂອງປະເທດດັ່ງກ່າວທີ່ເປັນຄູ່ດ່ານກັນ ເພື່ອຂໍການຮ່ວມມື ແລະ ມີມາດຕະການໃນການປ້ອງກັນແຜ່ລະບາດຂອງເຊື້ອພະຍາດຊ່ວຍກັນ ເປັນຕົ້ນ ການກັກຕົວ 14 ວັນ ໂດຍສະເພາະຕໍ່ແຮງງານລາວທີ່ຈະເດີນທາງກັບຄືນມາປະເທດ.

    3. ເນື່ອງຈາກສູນກັກກັນມີຄວາມສ່ຽງ ຍ້ອນມີຄວາມແອອັດ ສະນັ້ນ ສໍາລັບຜູ້ທີ່ຖືກໃຫ້ກັກກັນຕົນເອງຢູ່ເຮືອນໃຜເຮືອນລາວ ຕ້ອງມີຄວາມເຂັ້ມງວດ ຈຶ່ງຈະສາມາດຮັບປະກັນບໍ່ໃຫ້ເຊື້ອພະຍາດແຜ່ລາມອອກໄປສູ່ຄອບຄົວ ແລະ ສັງຄົມ ໃນກໍລະນີຜູ້ກັກກັນຕົນເອງມີການຕິດເຊື້ອ.

    4. ສຳລັບເຄື່ອງບໍລິຈາກ ເປັນຕົ້ນ ຜ້າອັດປາກ-ດັງ ເຈລລ້າງມື ເຫຼົ້າ 90 ໃຫ້ສູນກາງຈັດສັນສົ່ງໃຫ້ແຂວງຕ່າງໆ ເພື່ອແຈກຢາຍລ້າໃຫ້ປະຊາຊົນ ໂດຍສະເພາະທີ່ແຂວງທີ່ຂາດເຂີນ ແລະ ຢູ່ຫ່າງໄກ. ພ້ອມດຽວກັນນັ້ນ ໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມຜູ້ທີ່ມີຈິດໃຈເຜື່ອແຜ່ໃນສັງຄົມ ໃຫ້ຄວາມຊ່ວຍເຫຼືອ ແລະ ບໍລິຈາກເຄື່ອງມື ແລະ ອຸປະກອນການແພດ ແລະ ອື່ນໆ ເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ບັນດາແຂວງ. ສຳລັບການຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ໃຫ້ບັນດາແຂວງສະເໜີຫາຄະນະສະເພາະກິດ ເພື່ອສະເໜີຜ່ານປະຕູດຽວ.

    5. ໃຫ້ຄະນະສະເພາະກິດ ຈັດຊື້ອຸປະກອນທາງການແພດທີ່ຍັງບໍ່ທັນພຽງພໍ ເພື່ອຈັດສົ່ງໄປໃຫ້ບັນດາແຂວງ. ການຈັດຊື້ ຕ້ອງຮັບປະກັນຄວາມໂປ່ງໃສ ບໍ່ໃຫ້ມີການສວຍໂອກາດ.

    6. ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃຫ້ດີ ພ້ອມທັງໃຫ້ມີການຈັດຫາເກັບສິນຄ້າໄວ້ ເພື່ອຮັບປະກັນບໍ່ໃຫ້ຂາດແຄນ (ແຕ່ບໍ່ແມ່ນການກັກຕຸນ). ພ້ອມກັນນີ້ ກໍໃຫ້ສົມທົບກັບກະຊວງກ່ຽວຂ້ອງ ຈັດຕັ້ງການຜະລິດ ປູກຝັງ ກຸ້ມຕົນເອງ ເພື່ອບໍ່ໃຫ້ມີສະພາບຂາດແຄນສະບຽງອາຫານ ແລະ ໃຫ້ກະກຽມໄວ້ພາຍຫຼັງທີ່ຜ່ານພົ້ນວິກິດພະຍາດໂຄວິດ-19 ແລ້ວ ໃຫ້ສາມາດຜະລິດຢ່າງເປັນຂະບວນ ເພື່ອຮັບປະກັນການສະໜອງສະບຽງອາຫານໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ມອບໃຫ້ແຂວງ ເມືອງ ເປັນຜູ້ຕັດສິນ ແລະ ຄຸ້ມຄອງປະຊາຊົນ ໃນການອອກຈາກເຮືອນເພື່ອໄປເຮັດການປູກຝັງ ຜະລິດສິນຄ້າ ລວມທັງການອອກໄປວຽກງານຈຳເປັນອື່ນໆຕາມທີ່ໄດ້ອະນຸຍາດ ໃນຄຳສັ່ງ 06/ນຍ.

    7. ສຳລັບການຈໍລະຈອນຂົນສົ່ງສິນຄ້າພາຍໃນປະເທດ ບໍ່ໄດ້ຫ້າມ ແຕ່ໃຫ້ມີມາດຕະການຄຸ້ມຄອງທີ່ຮັດກຸມ. ສໍາລັບແຂວງໃດທີ່ມີການຜະລິດ ມີສິນຄ້າເຫຼືອ ກໍຂໍໃຫ້ນຳໄປຊ່ວຍແຂວງອື່ນທີ່ມີບໍ່ພຽງພໍ.

    8. ສືບຕໍ່ເອົາໃຈໃສ່ຮ່ວມມືກັບສາກົນ ແລະ ປະເທດເພື່ອນມິດ ເພື່ອຂໍການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນ ໂດຍສະເພາະເພື່ອຊ່ວຍເຫຼືອ ແລະ ແນະນຳໃຫ້ຄວາມຮູ້ແກ່ທີມແພດລາວ. ​ໃຫ້ສືບຕໍ່ຄົ້ນຄວ້າສ້າງໂຄງການ ເພື່ອຮັບເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ (ທີ່ໄດ້ມີການປະກາດໃຫ້ການຊ່ວຍເຫຼືອບັນດາປະເທດທີ່ໄດ້ຮັບຜົນກະທົບ) ເພື່ອນໍາມາຈັດຕັ້ງປະຕິບັດບັນດານະໂຍບາຍຂອງລັດຖະບານທີ່ໄດ້ປະກາດໄປ.

    9. ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ປັບປຸງບັນດາຈຸດອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເພື່ອຮັບປະກັນໃຫ້ແກ່ວຽກງານສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19.

    10. ໃຫ້ຄະນະສະເພາະກິດ ໃຫ້ຄວາມຮູ້ກ່ຽວກັບການຈັດລະດັບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຕາມຫຼັກການຂອງອົງການອະນາໄມໂລກ ພ້ອມທັງປະເມີນ ແລະ ຈັດລະດັບສະພາບການແຜ່ລະບາດຢູ່ ສປປ ລາວ ແລ້ວປະກາດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ. ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຂະແໜງການ ທ້ອງຖິ່ນ ທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນ ຮ່ວມແຮງຮ່ວມໃຈກັນເຂັ້ມງວດຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ມາດຕະການຕ່າງໆທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ ຕ້ອງເດັດຂາດ ບໍ່ໃຫ້ການລະບາດຢູ່ປະເທດເຮົາ.

ພາບ-ຂ່າວ: ຂັນທະວີ

error: Content is protected !!