ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານມາດຕະການປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19 ຈັດຂຶ້ນວັນທີ 2 ກຸມພາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ນວ ທັງເປັນຫົວໜ້າຄະນະສະເພາະກິດ ປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ພະຍາດໂຄວິດ-19 ນວ ມີບັນດາຮອງຫົວໜ້າ ຄະນະ ໜ່ວຍງານເຝົ້າລະວັງຕາມດ່ານຊາຍແດນ-ດ່ານສາກົນ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ລາຍງານສະພາບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ວັນທີ 1-31 ມັງກອນ 2021 ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດປ້ອງກັນ ສະກັດກັ້ນ ແລະ ຕອບໂຕ້ການລະບາດພະຍາດໂຄວິດ-19 ສະບັບເລກທີ 846/ຈນວ ລົງວັນທີ 28 ມັງກອນ 2021 ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດເຫັນ ແນໃສ່ເປັນການປຶກສາຫາລື ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນວາງມາດຕະການຕອບໂຕ້ໃນຕໍ່ໜ້າ.
# ຂ່າວ & ພາບ : ຂັນທະວີ