ການເຝິກອົບຮົມກ່ຽວກັບລະບຽບການດ້ານຄວາມປອດໄພສໍາລັບເຂື່ອນໄຟຟ້າຂະໜາດນ້ອຍ ໃນ ສປປ ລາວ ຈັດຂຶ້ນວັນທີ 3-4 ກຸມພາ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບົວເທບ ມາໄລຄໍາ ຫົວໜ້າກົມຄຸ້ມຄອງພະລັງງານ ທັງເປັນຫົວໜ້າຄະນະກໍາມະການກວດຫາດ້ານເຕັກນິກເຂື່ອນໄຟຟ້າຂະໜາດນ້ອຍ ກະຊວງພະລັງງານ ແລະ ບໍ່ແຮ່ ມີທ່ານ Tristan Bellingham ຜູ້ຈັດການໂຄງການ Newzealand-Lao Renewable Energy Facility ປະຈໍາກະຊວງພະລັງ ງານ ແລະ ບໍ່ແຮ່ ທ່ານນາງ Rhonda Mann ເລຂາເອກ ສະຖານທູດອົດສະຕຣາລີປະຈໍາລາວ ມີບັນດາຄະນະກົມຄຸ້ມຄອງພະລັງງານ ທີມງານບໍລິສັດ Damwatch ທ່ານຜູ້ຕາງໜ້າຈາກຫ້ອງການ ບັນດາກົມ ສະຖາບັນ ພະແນກພະລັງງານ-ບໍ່ແຮ່ແຂວງ ແລະ ນະຄອນຫຼວງວຽງຈັນ ບັນດາລັດວິສາຫະກິດ ແລະ ຜູ້ພັດທະນາໂຄງການເຂື່ອນໄຟຟ້າ ເຂົ້າຮ່ວມ.
ກອງປະຊຸມເຝິກອົບຮົມຄັ້ງນີ້ ກໍເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການ ກ່ຽວກັບມາດຕະຖານ ຄໍາແນະນໍາ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງ ໃນວຽກງານການຄຸ້ມຄອງຄວາມປອດໄພຂອງເຂື່ອນໃນແຕ່ລະໄລຍະ ເປັນຕົ້ນແມ່ນໄລຍະການສຶກສາ ອອກແບບ ກໍ່ສ້າງ ແລະ ດໍາເນີນງານ ທັງເປັນການຖອດຖອນບົດຮຽນການຕິດຕາມຄຸ້ມຄອງ ແລະ ການກວດກາຄວາມປອດໄພຂອງເຂື່ອນຂະໜາດນ້ອຍ ແຕ່ 15 ເມັກກາວັດລົງມາ ໃນໄລຍະຜ່ານມາ ເພີ່ມທະວີການຄຸ້ມຄອງ ແລະ ການຊີ້ນໍາວຽກງານຄວາມປອດໄພຂອງເຂື່ອນຂະໜາດນ້ອຍ ນັບແຕ່ 15 ເມັກກາວັດລົງມາ.

ທ່ານ ບົວເທບ ມາໄລຄໍາ ກ່າວວ່າ: ປັດຈຸບັນ ແຫຼ່ງຜະລິດໄຟຟ້າທີ່ມີກໍາລັງຕິດຕັ້ງໄຟຟ້າ 1 MW ຂຶ້ນໄປ ມີທັງໝົດ 81 ແຫ່ງ ມີກໍາລັງຕິດຕັ້ງທັງໝົດ 10.328 MW ສາມາດຜະລິດພະລັງານໄຟຟ້າໄດ້ເຖິງ 53.640 GWh/ປີ ລວງຍາວຂອງສາຍສົ່ງ 67.643 ກິໂລແມັດ/ວົງຈອນ ແລະ ສະຖານີໄຟຟ້າ 84 ແຫ່ງ ອັດຕາການເຂົ້າເຖິງໄຟຟ້າຂອງຄົວເຮືອນຖາວອນ ປະຕິບັດໄດ້ 95% ຄຽງຄູ່ດ້ານຕັ້ງໜ້າ ກໍຍັງມີບາງດ້ານຫຍໍ້ທໍ້ສ່ວນໜຶ່ງ ເຊິ່ງເກີດເຫດການບໍ່ເພິ່ງປາດຖະໜາທາງດ້ານຄວາມປອດໄພຂອງເຂື່ອນ ໃນປີ 2017 ແລະ 2018 ຍອ້ນເຫດການດັ່ງກ່າວ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການສຸມໃສ່ວຽກງານຕິດຕາມກວດກາຄວາມປອດໄພຂອງເຂື່ອນ ການຄຸ້ມຄອງ ແລະ ການຈັດການນໍ້າຢູ່ບັນດາເຂື່ອນຜະລິດໄຟຟ້າທັງໝົດ ທັງເຂື່ອນນອ້ຍ ແລະ ເຂື່ອນໃຫຍ່ໃນຂອບເຂດທົ່ວປະເທດດວ້ຍຄວາມເອົາໃຈໃສ່ເປັນພິເສດ ແລະ ໄດ້ຖືເອົາວຽກງານດັ່ງກ່າວເປັນຍຸດທະສາດໃນການຄຸ້ມຄອງວຽກງານໄລຍະສັ້ນ ແລະ ໄລຍະຍາວຂອງຕົນ ເຊິ່ງຜ່ານມາ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ແຕ່ງຕັ້ງຄະນະກໍາມະການສະເພາະກິດຂຶ້ນ ເພື່ອເຮັດໜ້າທີ່ເປັນເສນາທິການຊ່ວຍກະຊວງ ໃນການຕິດຕາມກວດກາ ແລະ ຄຸ້ມຄອງວຽກງານດັ່ງກ່າວ ໂດຍສະເພາະແມ່ນສຸມໃສ່ບັນດາເຂື່ອນໄຟຟ້າທີ່ອ່າງກັກເກັບນໍ້າ ນັບທັງການຕິດຕາມ ແລະ ກວດກາສະພາບຄວາມໝັ້ນຄົງຂອງໂຕເຂື່ອນອີກດ້ວຍ.

ໃນໄລຍະທີ່ຜ່ານມາ ຄະນະກໍາມະການສະເພາະກິດ ເຊິ່ງໄດ້ຮັບການຊ່ວຍເຫືອດ້ານງົບປະມານ ແລະ ຊ່ຽວຊານສາກົນ ຈາກທະນາຄານໂລກ ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເຊິ່ງໄດ້ມາຊ່ວຍກວດກາຄວາມປອດໄພຂອງເຂື່ອນ ມີກໍາລັງດໍາເນີນງານ ກໍາລັງຢູ່ໃນຂັ້ນຕອນການກໍ່ສ້າງ ແລະ ກະກຽມກໍ່ສ້າງ ໄລຍະຜ່ານມາແມ່ນໄດ້ສໍາເລັດການກວດ ຄື: ເຂື່ອນໄຟຟ້າຂະໜາດໃຫຍ່ ຈໍານວນ 54 ໂຄງການ ແລະ ເຂື່ອນຂະໜາດນ້ອຍ ຈໍານວນ 68 ໂຄງການ ໃນນັ້ນ ບໍລິສັດ Entura ໂດຍການສະໜັບສະໜູນຈາກທະນາຄານໂລກ ກວດກາຈໍານວນ 9 ໂຄງການ ແລະ ບໍລິສັດ Damwatch ສະໜັບສະໜູນຈາກລັດຖະບານແວນນູເຊລັງ ແລະ ອົດສະຕຣາລີ ຈໍານວນ 36 ໂຄງການ.
# ຂ່າວ & ພາບ : ສີພອນ