ແຜນງານບີຄວາ ສະໜັບສະໜູນການເຝິກອົບຮົມກ່ຽວກັບວິທີການເພີ່ມພາສາມືເຂົ້າໃນວິດີໂອ

    ອາທິດຜ່ານມາ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດເຝິກອົບຮົມກ່ຽວກັບວິທີການເພີ່ມພາສາມືເຂົ້າໃນວິດີໂອ ໃຫ້ກັບທີມງານຂອງ ສວສ ເປັນປະທານຂອງທ່ານ ຈັນທະລາ ພິລົມລະສັກ ຮອງຜູ້ອຳນວຍການ ສູນພັດທະນາສື່ການຮຽນ-ການສອນ ສວສ ພ້ອມດ້ວຍພະນັກງານວິຊາການຈໍານວນ 17 ທ່ານ ຈາກສູນພັດທະນາສື່ການຮຽນ-ການສອນ ສູນໂຄສະນາຂ່າວສານການສຶກສາ ແລະ ຂະແໜງພັດທະນາປຶ້ມເສີມ ສວສ ເຂົ້າຮ່ວມ.

   ໂອກາດນີ້ ທ່ານ ຈັນທະລາ ພິລົມລະສັກ ໄດ້ສະແດງຄວາມຂອບໃຈມາຍັງສະຖານທູດອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນໃນການພັດທະນາທັກສະດ້ານວິຊາການ ເພື່ອສ້າງຫຼັກສູດການສຶກສາຮຽນຮ່ວມ ແລະ ຊຸດຄູ່ມືເຝິກອົບຮົມພາຍໃຕ້ແຜນຍຸດທະຍາການພັດທະນາວຽກງານການສຶກສາ ແລະ ກີລາ ຄັ້ງທີ 9 ກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ຄຳໜັ້ນສັນຍາເພື່ອຈະຫຼຸດຜ່ອນຄວາມແຕກໂຕນທີ່ເກີດຂຶ້ນອັນເນື່ອງມາຈາກຄວາມດ້ອຍໂອກາດ ລວມໄປເຖິງຄວາມພິການ ໜຶ່ງໃນນັ້ນ ແມ່ນການພັດທະນາວິດີໂອເພື່ອເຮັດໃຫ້ຄົນພິການດ້ານການໄດ້ຍິນ ສາມາດເຂົ້າເຖິງຂໍ້ມູນຕ່າງໆໃນວິດີໂອໄດ້.”

    ການເຝິກອົບຮົມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ຮຽນຮູ້ເຕັກນິກຕ່າງໆ ການກຽມຄວາມພ້ອມໃນການຖ່າຍທຳ ການຕັດຕໍ່ ແລະ ການເພີ່ມພາສາມືເຂົ້າໃນວິດີໂອ ໄດ້ເຝີກປະຕິບັດທັກສະໃໝ່ໆ ໂດຍການນຳໃຊ້ວິດີໂອກ່ຽວກັບການສຶກສາສຳລັບນັກຮຽນ-ຄູຊົນເຜົ່າ ກອງປະຊຸມຄັ້ງນີ້ ເຫັນດີເປັນເອກະພາບໃນການນຳໃຊ້ພາສາມືເພີ່ມເຂົ້າໃນວິດີໂອທີ່ຈະຜະລິດໃນອະນາຄົດ ເຊິ່ງກຳລັງຈະຜະລິດວິດີໂອສຳລັບພັດທະນາຄູ ຈະຜະລິດຈຳນວນ 10 ວິດີໂອ ແລະ ມີແຜນຈະນຳໃຊ້ພາສາມືເພີ່ມເຂົ້າໃນວິດີໂອດັ່ງກ່າວ  ເພື່ອໃຫ້ບຸກຄົນຜູ້ທີ່ພິການດ້ານການໄດ້ຍິນ ສາມາດເຂົ້າເຖິງວິດີໂອເຫຼົ່ານັ້ນໄດ້.

# ຂ່າວ & ພາບ : ບຸນມີ

error: Content is protected !!