ໃນທ້າຍເດືອນມັງກອນ 2021 ໂຄງການໂຮມໃຈ ແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ແລະນັກທຸລະກິດລາວ ຮ່ວມກັບສະມາຄົມຊ່ວຍເຫຼືອບັນເທົາທຸກນະຄອນຫຼວງວຽງຈັນ ແລະ ໜັງສືພິມວຽງຈັນໃໝ່ ນຳໂດຍທ່ານນາງ ບຸນເພັງ ມູນໂພໄຊ ຄະນະປະທານທີ່ປຶກສາກິດຕິມະສັກ ໂຄງການໂຮມໃຈແກ້ໄຂຄວາມທຸກຍາກ ລະຫວ່າງຄອບຄົວການນຳ ແລະ ນັກທຸລະກິດລາວ ໄດ້ໄປຢ້ຽມຢາມອວຍພອນ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ກອງບັນຊາການທະຫານເມືອງຄຳ ແຂວງຊຽງຂວາງ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 72 ປີ ຖືກຕ້ອນຮັບໂດຍທ່ານ ໃຈເພັດ ພິມວົງສາ ເຈົ້າເມືອງຄຳ ທ່ານ ພັນໂທຄຳບາງ ນະວົງໄຂ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຄຳ ພ້ອມດ້ວຍຄະນະພັກ ຄະນະບັນຊາແລະ ພະນັກງານນັກຮົບ.

ສຳລັບເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີນໍ້າດື່ມ ເຄື່ອງນຸ່ງຫົ່ມ ໝີ່ສໍາເລັດຮູບ ປາກະປອງ ກາເຟ ເກືອ ແລະ ອື່ນໆ ເພື່ອໄປແຈກຢາຍໃຫ້ອ້າຍນ້ອງທະຫານທີ່ປະຈຳການຢູ່ເຂດທຸລະກັນດານ ໃນການປະຕິບັດໜ້າທີ່ວຽກງານເປັນຮົ້ວຂອງຊາດ ເຮັດໃຫ້ບ້ານເມືອງມີຄວາມສະຫງົ ບປະຊາຊົນທຳມາຫາກິນທີ່ສະດວກສະບາຍ.

# ຂ່າວ & ພາບ : ສົມສະຫວັນ