ອຸໄລພານິດ ມອບເຄື່ອງຊ່ວຍເຫຼືອໃຫ້ບ້ານວຶນ

    ໃນທ້າຍເດືອນມັງກອນ 2021 ບໍລິສັດອຸໄລພານິດປະເທດລາວ ຈຳກັດ (ນໍ້າສີU-90) ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ໂຮງຮຽນປະຖົມສົມບູນ ແລະ ອຳນາດການປົກຄອງບ້ານວຶນ ເມືອງຊຳໃຕ້ ແຂວງຫົວພັນປະກອບມີໂຕະຕັ່ງນັກຮຽນ 15 ຊຸດ ຕູ້ໃສ່ເອກະສານ 2 ໜ່ວຍ ນໍ້າສີ ເຄືອງຫຼີ້ນກີລາ ອຸປະກອນການສຶກສາເສື້ອຍືດ ແລະ ເສື້ອກັນລົມ ລວມມູນຄ່າທັງໝົດ 17.983.000 ກີບ.

    ກ່າວມອບໂດຍທ່ານ ລະອຽດ ຜິວລະອຽດ ຜູ່ຈັດການຝ່າຍການຕະຫຼາດບໍລິສັດອຸໄລພານິດປະເທດລາວຈຳກັດ ແລະ ກ່າວຮັບໂດຍທ່ານ ສີມູນ ແກ້ວລືໄຊ ປະທານແນວລາວສ້າງຊາດເມືອງຊຳໃຕ້ ມີທ່ານນາງແພງພັນ ບຸບຜາພອນ ຮັກສາການຫົວໜ້າກົມໂຄສະນາສູນກາງແນວລາວສ້າງຊາດ ທັງເປັນຜູ້ລະດົມທຶນຊ່ວຍເຫຼືອຄັ້ງນີ້ ຜູ້ຕາງໜ້າຫ້ອງການສຶກສາທິການ ແລະ ກີລາ ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ອຳນາດການປົກຄອງບ້ານ ຄະນະອຳນວຍການ ຄູ-ອາຈານ ນັກຮຽນ ແລະ ປະຊາຊົນບ້ານວຶນເຂົ້າຮ່ວມ.

# ຂ່າວ & ພາບ : ສົມສະຫວັນ

error: Content is protected !!