ກະຊວງການຕ່າງປະເທດສິງກະໂປ ສືບຕໍ່ໃຫ້ທຶນເຝິກອົບຮົມໄລຍະ 3 ອາທິດ ຫົວຂໍ້ “ທັກສະການສື່ສານ ແລະ ພາສາອັງກິດລະດັບສູງ” ໃຫ້ພະນັກງານ-ລັດຖະກອນລາວ 21 ຄົນ ຜ່ານການເຝິກອົບຮົມທາງໄກ ຂຶ້ນວັນທີ 11-29 ມັງກອນ 2021 ຢູ່ສູນຮ່ວມມືລາວ-ສິງກະໂປ ໂດຍມີທ່ານ ເຈບເຟຼ ຈາເລດ ເກວລີ ວິທະຍາກອນຈາກສະຖາບັນ ເອສະຕາ ເອນຣິຈ໌ເມນ ເຊີວິສ ປະເທດສິງກະໂປ ເປັນຜູ້ຖ່າຍທອດຄວາມຮູ້.

ຈຸດປະສົງເພື່ອຍົກລະດັບທັກສະຄວາມສາມາດພາສາອັງກິດໃຫ້ຜູ້ເຂົ້າຮ່ວມສູ່ລະດັບສູງ ເຊິ່ງພາຍຫຼັງການເຝິກອົບຮົມ ນັກສຳມະນາກອນສາມາດເຂົ້າໃຈ ແລະ ສື່ສານເປັນພາສາອັງກິດໄດ້ຢ່າງຄ່ອງແຄ້ວ ແລະ ສາມາດອອກສຽງຢ່າງແຈ່ມແຈ້ງ ໃຫ້ຂໍ້ມູນ ແລະ ຄຳເຫັນຫຼາຍຮູບແບບທີ່ຖືກຕ້ອງຕາມຫຼັກຄວາມສາມາດລະດັບສູງ.

ທ່ານ ສົມຫວັດ ໂພທິສັດ ຈາກກະຊວງວິທະຍາສາດ-ເຕັກໂນໂລຊີ ແລະ ທ່ານນາງ ພູຄຳ ສີສຸລາດ ຈາກຫ້ອງການປົກຄອງແຂວງວຽງຈັນ ໄດ້ສະແດງຄວາມຂອບໃຈລັດຖະບານສິງກະໂປ ທີ່ໄດ້ຈັດຊຸດເຝິກອົບຮົມດັ່ງກ່າວ ເຊິ່ງໄດ້ຊ່ວຍພະນັກງານລັດຖະກອນລາວຈຳນວນຫຼາຍ ພັດທະນາພາສາອັງກິດ ຊຸດເຝິກອົບຮົມນີ້ ມີປະໂຫຍດຕໍ່ການພັດທະນາວິຊາສະເພາະຂອງພວກເຂົາ ເຊິ່ງການອ່ານ ການຟັງ ແລະ ຄວາມເຂົ້າໃຈພາສາອັງກິດ ໄດ້ຮັບການປັບປຸງໃນລະຫວ່າງການເຝິກອົບຮົມ ນອກນີ້ ສຳມະນາກອນຍັງໄດ້ຮຽນຮູ້ຮູບແບບ ໜ້າທີ່ການຂຽນທາງທຸລະກິດ ເຊິ່ງມີຄວາມສຳຄັນສຳລັບໜ້າວຽກທຸກວັນ.
ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກໂຄງການຂອບການເຊື່ອມໂຍງອາຊຽນ (IAI) ພາຍໃຕ້ໂຄງການດັ່ງກ່າວ ສິງກະໂປໄດ້ຈັດຊຸດເຝິກອົບຮົມ 20-30 ຄັ້ງຕໍ່ປີ ຢູ່ສູນຮ່ວມມືລາວ-ສິງກະໂປ ໂດຍເນັ້ນໃສ່ການເຝິກອົບຮົມຫຼາຍຂົງເຂດ ເຊັ່ນ: ການປະຕິບັດທີ່ດີທີ່ສຸດໃນນະໂຍບາຍການບໍລິຫານ ແລະ ສາທາລະນະ ການພັດທະນາເສດຖະກິດ ສະໜອງຄວາມສະດວກໃຫ້ການຄ້າ ສາທາ ສຸຂະພາບ ສິ່ງແວດລ້ອມ ການພັດທະນາແບບຍືນຍົງ ທັກສະການສື່ສານ ແລະ ພາສາອັງກິດ ໃນແຕ່ລະປີມີພະນັກງານລາວປະມານ 600 ຄົນ ໄດ້ຮັບການເຝິກອົບຮົມ ແລະ ແຕ່ປີ 1993 ເປັນຕົ້ນມາ ພະນັກງານລັດລາວເກືອບ 14.500 ຄົນ ໄດ້ຮັບຜົນປະໂຫຍດຈາກໂຄງການເຝິກອົບຮົມຕ່າງໆຂອງກະຊວງຕ່າງປະເທດສິງກະໂປ ພາຍໃຕ້ໂຄງການຮ່ວມມືສິງກະໂປ.
# ຂ່າວ & ພາບ : ສະບາໄພ