ພິທີມອບ-ຮັບໜ້າທີ່ຫົວໜ້າຄະນະຈັດຕັ້ງສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 1 ກຸມພາ 2021 ທີ່ຄະນະຈັດຕັ້ງສູນກາງພັກ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ນາຍົກລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງ.

ການມອບໜ້າທີ່ຄັ້ງນີ້ ອີງຕາມມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່ ເຊິ່ງກົມການເມືອງສູນກາງພັກ ຕົກລົງແຕ່ງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ເປັນເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຜູ້ໃໝ່) ປ່ຽນແທນສະຫາຍ ຈັນສີ ໂພສີຄຳ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ (ຜູ້ເກົ່າ) ທີ່ອອກພັກການຮັບອຸດໜູນ ບໍານານ ຕາມລະບຽບການຂອງພັກ.

ຕະຫຼອດໄລຍະ 10 ປີຜ່ານມາ ໃນການປະຕິບັດແນວທາງການຈັດຕັ້ງຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 7-8 ຂອງອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄດ້ປະຕິບັດພາລະບົດບາດຂອງຕົນ ນໍາພາເຮັດສຳເລັດໜ້າທີ່ການເມືອງແຕ່ລະໄລຍະ ເປັນຕົ້ນ ໄດ້ນຳພາພ້ອມໝູ່ຄະນະ ປັບປຸງກົດລະບຽບພັກ 2 ສະໄໝ (X-XI) ນຳພາກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກ ຄົ້ນຄວ້າປັບປຸງສ້າງນິຕິກຳຕ່າງໆກ່ຽວກັບພະນັກງານ ຄົ້ນຄວ້າການສ້າງແຜນກໍ່ສ້າງບຳລຸງພະນັກງານນຳພາຄຸ້ມຄອງ ເພື່ອສືບທອດປ່ຽນແທນ ລະບອບການຮໍ່າຮຽນທິດສະດີການເມືອງ ການສົ່ງເສີມ ແລະ ປະຕິບັດນະໂຍບາຍພະນັກງານຮາກຖານພັກບ້ານ ພ້ອມນັ້ນ ຍັງເປັນເສນາທິການໃຫ້ກົມການເມືອງ ຄະນະເລຂາທິການສູນກາງພັກ ຄົ້ນຄວ້າໃນການສັບຊ້ອນ-ຈັດວາງພະນັກງານຫຼັກແຫຼ່ງ ໄດ້ເອົາໃຈໃສ່ເປັນໃຈກາງ ຫຼັກແຫ່ງເຕົ້າໂຮມຄວາມສາມັກຄີເປັນເອກະພາບ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ ແລະ ມີຜົນສຳເລັດເປັນກ້າວໆ.
ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ການນຳທຸກຂັ້ນ ກໍຄືຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ສືບຕໍ່ຊີ້ນຳ-ນຳພາ ສຶກສາອົບຮົມ ແນວຄິດຂອງພະນັກງານ ສະມາຊິກພັກ ເພື່ອໃຫ້ເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການສັບສັບຊ້ອນໜ້າທີ່ວຽກງານດັ່ງກ່າວ ເຊິ່ງແມ່ນເປັນເລື່ອງປົກກະຕິຂອງພັກ ອັນໃດທີ່ເປັນຜົນສຳເລັດ ທີ່ໄດ້ນຳພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ ສ່ວນດ້ານທີ່ຍັງອ່ອນ ແລະ ຄົງຄ້າງ ກໍໃຫ້ເລັ່ງປັບປຸງແກ້ໄຂ ແລະ ຈົ່ງພ້ອມກັນຈັດຕັ້ງສ້າງຂະບວນການດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງແຂງແຮງກວ່າເກົ່າ ໃຫ້ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມ ໂດຍສະເພາະ ຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ມີຄວາມເປັນເອກະພາບສູງຕໍ່ວຽກງານ ທັງສືບຕໍ່ເປັນຫຼັກແຫຼ່ງເປັນຄັນທຸງ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ໃຫ້ເອົາໃຈໃສ່ສ້າງລະບອບແບບແຜນວິທີເຮັດວຽກ ເພື່ອສືບຕໍ່ນຳພາພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານເປັນເສນາທິການໃຫ້ສູນກາງພັກ ກໍຄືກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃຫ້ນັບມື້ດີຂຶ້ນເລື້ອຍໆ.
# ຂ່າວ & ພາບ : ລັດເວລາ